• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສາມາດບົ່ມຊ້ອນໃນການພົວພັນຫວຽດນາມ-ຍີ່ປຸ່ນຍັງໃຫຍ່ຫຼວງທີ່ສຸດ

ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມ ເຈິ່ນ​ດ້າຍກວາງ
(ພາບ​ປະ​ກອບ)
      ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ໜັງ​ສື​ພິມ “Yominuri” ຍີ່​ປຸ່ນ, ເນື່ອງ​ໃນ​ໂອ​ກາດ​​ ​​ພະ​ເຈົ້າ​ຈັກ​ກະ​ພັດ​ Akihito  ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ສະ​ເດັດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ, ​ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມ ເຈິ່ນ​ດ້າຍກວາງ ຖື​ວ່າ: ຫວຽດ​ນາມ ແລະ ຍີ່​ປຸ່ນ ແມ່ນ​ສອງ​ປະ​ເທດ​ທີ່​ເຕັມ​ໄປ​ດ້ວຍ​ມູນ​ເຊື້ອ, ​ແບ່ງ​ປັນຫຼາຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ຄ້າຍ​ຄື​ກັນ, ຄຸນ​ຄ່າວັດ​ທະ​ນະ​ທຳ​ມະ​ນຸດ​, ນ້ຳ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ. ຜ່ານ​ການ​​ສະ​ເດັດຢ້ຽມ​ຢາມຂອງ​ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ, ປະ​ຊາ​ຊົນ​ຫວຽດ​ນາມ​ປາ​ຖະ​ໜາ​ຢາກ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ມູນ​ເຊື້ອ, ວັດ​ທະ​ນະ​ທຳ, ສາ​ສະ​ໜາ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຍີ່​ປຸ່ນ.
        ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ-ຍີ່​ປຸ່ນ​ໃນ​ບັນ​ດາ​​ຂົງ​ເຂດ​ຍັງ​ໃຫຍ່ຫຼວງ​ທີ່​ສຸດ ເມື່ອ​ສອງ​ປະ​ເທດ​ຍັງມີຫຼາຍ​ທ່າ​ແຮງ ອາດ​ຈະ​ເພີ່ມ​ເຕີມ​ໃຫ້​ກັນ​ໄດ້. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ສອງ​ປະ​ເທດ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ; ສົມ​ທົບ​ກັນ​ເພື່ອ​ນຳ​ໃຊ້​ ​ແຫຼ່ງ​ເງິນ​​ລົງທຶນ ODA ຂອງ​ຍີ່​ປຸ່ນ​ເຂົ້າ​ໃນ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຈຸດ​ສຸມ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ບັນ​ດາ​ໂຄງ​ການນີ້​ ກາຍເປັນ​ສັນ​ຍາ​ລັກ​ຂອງ​​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top