• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວນມີຫລາຍມາດຕະການຄົບຊຸດ ເພື່ອຟື້ນຟູເສດຖະກິດໂດຍໄວ

      ວັນທີ 13 ມິຖຸນາ, ເປັນມື້ທຳອິດທີ່ສະພາແຫ່ງຊາດຫວຽດນາມ ເລີ່ມດຳເນີນກອງປະຊຸມປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການທາງດ້ານເສດຖະກິດ - ສັງຄົມ, ງົບປະມານປີ 2019; ໃຫ້ສັດຕະຍາບັນການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2020, ແຜນການພັດທະນາເສດຖະກິດ - ສັງຄົມ, ສ້າງແຜນງົບປະມານແຫ່ງລັດ, ວິທີຈັດແບ່ງງົບປະມານສູນກາງປີ 2020.

ສະພາແຫ່ງຊາດຫວຽດນາມ ເລີ່ມດຳເນີນກອງປະຊຸມປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການທາງດ້ານເສດຖະກິດ - ສັງຄົມ,
ງົບປະມານປີ 2019 (ພາບ: TTXVN)
      ກ່ອນໜ້ານັ້ນ, ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ເມື່ອລາຍງານກ່ຽວກັບສະພາບການເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຖືວ່າ: ເມື່ອທຽບໃສ່ກັບໄລຍະທ້າຍປີ 2019, ສະພາບການໃນປັດຈຸບັນມີການປ່ຽນແປງຢ່າງໃຫຍ່ຫລວງ, ປະສົບກັບຄວາມຫຍຸ້ງຍາກຫລາຍກ່ວາ. ລັດຖະບານສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາດັດປັບບາງຕົວເລກຄາດໝາຍຂອງແຜນການປີ 2020, ໃນນັ້ນ ມີຕົວເລກຄາດໝາຍການເຕີບໂຕ GDP ແລະ ບາງຕົວເລກຄາດໝາຍມະຫາພາກອື່ນໆ ຄືການເກັບລາຍຮັບງົບປະມານ, ໜີ້ສາທາລະນະ…ທ່ານ ຟ້າມດີງຕ໋ວານ, ສະມາຊິກສະພາແຫ່ງຊາດແຂວງ ຮຶງອຽນ ປະກອບຄຳເຫັນວ່າ:
        “ໃນສະພາບການແຫຼ່ງເກັບລາຍຮັບງົບປະມານຖືກຫລຸດລົງໃນປີນີ້, ຄວນປະຕິບັດວຽກງານຄາດຄະເນ, ວຽກງານຕິດຕາມກວດກາຕໍ່ງົບປະມານແຫ່ງລັດ, ຊັບສິນຂອງລັກໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ, ຕ້ານການເກີດລາຍຮັບບໍ່ບັນລຸຕາມຄາດໝາຍ. ມີມາດຕະການຍູ້ແຮງການປ່ອຍເງິນລົງທຶນພາກລັດ, ໃນນັ້ນ ຄວນຈັດແບ່ງເງິນທຶນລະຫວ່າງບັນດາຂະແໜງການ, ທ້ອງຖິ່ນໃຫ້ທັນການ. ຍົກສູງປະສິດທິຜົນຂອງລັດວິສາຫະກິດ.
        ທີ່ວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມໃນຕອນບ່າຍວັນທີ 13 ມິຖຸນາ, ສະມາຊິກລັດຖະບານບາງທ່ານໄດ້ອະພິປາຍຕໍ່ສະພາແຫ່ງຊາດກ່ຽວກັບບັນຫາກະສິກຳ, ການທ່ອງທ່ຽວ, ວັດທະນະທຳ - ສັງຄົມ…/.
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top