• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ລິເລີ່ມຫວຽດນາມ Spark ກ່ຽວກັບການໜູນຊ່ວຍຫວຽດນາມ ປ້ອງກັນຕ້ານໂລກລະບາດໂຄວິດ-19 ແລະ ມຸ່ງໄປເຖິງການຟື້ນຟູເສດຖະກິດ

      ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຕີລາຄາສູງ ແລະ ປາດຖະໜາວ່າ ຂໍ້ລິເລີ່ມຫວຽດນາມ Spark ຈະຊ່ວຍສະເໜີບັນດາຂໍ້ລິເລີ່ມບຸກທະລຸເພື່ອໃຫ້ຫວຽດນາມ ສາມາດຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາທ່າພັດທະນາຢ່າງແຮງ.
ວາລະປະຊຸມຄັ້ງທຳອິດກຸ່ມຂໍ້ລິເລີ່ມຫວຽດນາມ Spark
(ພາບ: ສະຖານທູດຫວຽດນາມ ປະຈຳອາເມລິກາ)
      ວັນທີ 02 ກັນຍາ, ໂດຍຮັບຄຳເຊື້ອເຊີນຈາກເວທີປາໄສທົ່ວໂລກ Boston (Boston Global Forum), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທຳອິດກຸ່ມຂໍ້ລິເລີ່ມຫວຽດນາມ Spark. ເວທີປາໄສທົ່ວໂລກ Boston ຍົກອອກຂໍ້ລິເລີ່ມຫວຽດນາມ Spark ເພື່ອແນໃສ່ເຕົ້າໂຮມບັນດາການນຳ, ນັກຍຸດທະສາດ, ນັກບັນລະຍາຍ, ນັກຊ່ຽວຊານດ້ານການແພດ, ເຕັກໂນໂລຊີ ແລະ ເສດຖະກິດ ເພື່ອປຶກສາຫາລື ແລະ ຍົກອອກບັນດາມາດຕະການແກ້ໄຂຊ່ວຍໃຫ້ຫວຽດນາມ ຕ້ານໂລກລະບາດໂຄວິດ-19, ຟື້ນຟູ ແລະ ພັດທະນາເສດຖະກິດ ກໍຄືຄົ້ນຄວ້າບັນດາກາລະໂອກາດໃໝ່ໃຫ້ແກ່ຫວຽດາມ ຫຼັງໂລກລະບາດ.
        ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຕີລາຄາສູງ ແລະ ປາດຖະໜາວ່າ ຂໍ້ລິເລີ່ມຫວຽດນາມ Spark ຈະຊ່ວຍສະເໜີບັນດາຂໍ້ລິເລີ່ມບຸກທະລຸເພື່ອໃຫ້ຫວຽດນາມ ສາມາດຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາທ່າພັດທະນາຢ່າງແຮງ. ຢູ່ທີ່ນີ້, ບັນດານັກບັນລະຍາຍ ໄດ້ຍົກອອກແນວຄວາມຄິດຫຼາຍຢ່າງກ່ຽວກັບການພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ, ພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ, ຍົກສູງບົດບາດຂອງແມ່ຍິງ... ພາຍຫຼັງວາລະປະຊຸມຄັ້ງທຳອິດນີ້, ຂໍ້ລິເລີ່ມຫວຽດນາມ Spark ຈະສືບຕໍ່ມີບັນດາການປຶກສາຫາລື ແລະ ຄາດວ່າຈະສົ່ງບົດລາຍງານຂອງຂໍ້ລິເລີ່ມ ໃຫ້ແກ່ຫວຽດນາມ ໃນທ້າຍເດືອນ ພະຈິກ 2021.
(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top