• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂົວເຊື່ອມຕໍ່ໃຫ້ແກ່ ວິສາຫະກິດ ຫວຽດນາມ - Kyrgyzstan ຮ່ວມມືດ້ານການຄ້າ, ການລົງທຶນ

ປະຈຸບັນ, Kyrgyzstan ພວມສ້າງເງື່ອນໄຂດຳເນີນທຸລະກິດທີ່ສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.
ທີ່ການພົບປະກັບປະຊາຄົມວິສາຫະກິດ (ພາບ: TTXVN)

ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ວັນທີ 07 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Kyrgyzstan, Adylbek Kasymaliev ໄດ້ພົບປະກັບປະຊາຄົມວິສາຫະກິດ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ.

        ທ່ານນາຍົກລັດຖະມົນຕີ Adylbek Kasymaliev ເນັ້ນໜັກວ່າ, ຫວຽດນາມ ແລະ Kyrgyzstan ມີຄວາມສາມາດບົມຊ້ອນຮ່ວມມືໃຫຍ່ຫຼວງ ເພື່ອຊຸກຍູ້ບັນດາຂົງເຂດ, ຂະແໜງສິນຄ້າທີ່ມີຄວາມສາມາດບົມຊ້ອນ, ຄື: ກະສິກຳ, ເຄື່ອນໄຟຟ້ານ້ຳຕົກ, ພະລັງງານທົດແທນ, ທ່ອງທ່ຽວ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເສດຖະກິດດີຈີຕອນ… ປະຈຸບັນ, Kyrgyzstan ພວມສ້າງເງື່ອນໄຂດຳເນີນທຸລະກິດທີ່ສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ; ໃນນັ້ນ ໄດ້ໃຫ້ບຸລິມະສິດດ້ານພາສີ, ລະບຽບການນຳເຂົ້າ - ສົ່ງອອກ, ລະບຽບການບໍລິຫານ… ເປີດໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືລົງທຶນໃຫ້ແກ່ວິສາຫະກິດຕ່າງປະເທດ; ໃນນັ້ນມີ ຫວຽດນາມ. ທ່ານວັງວ່າ, ຜ່ານເຫດການນີ້, ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງ 2 ປະເທດຈະເລີ່ມພັດທະນາ; ການພົວພັນດ້ານເສດຖະກິດຈະເປັນແບບຢ່າງ. ຍາມໃດ Kyrgyzstan ກໍ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ມາຮ່ວມມືລົງທຶນ.

        ເຂົ້າຮ່ວມການພົບປະ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ຖືວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະ Kyrgyzstan ຕ້ອງຮ່ວມມືກັນຢ່າງມີປະສິດທິຜົນກວ່າ, ໂດຍສະເພາະແມ່ນໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການຫັນປ່ຽນພະລັງງານ ເພື່ອພ້ອມກັບຮັບມື ແລະ ຍົກສູງກຳລັງທົນທານຂອງແຕ່ລະພື້ນຖານເສດຖະກິດ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Kyrgyzstan, Adylbek Kasymaliev ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 06 - 07 ມີນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ວັນ​ແມ່​ຍິງສາ​ກົນ (8 ມີ​ນາ): ສ​ປ​ຊ ກ່າວ​ເຕືອນ​ສິດ​ຂອງ​ແມ່​ຍິງ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ບັນ​ດາ​ໄພ​ນາບ​ຂູ່​ໃໝ່

ວັນ​ແມ່​ຍິງສາ​ກົນ (8 ມີ​ນາ): ສ​ປ​ຊ ກ່າວ​ເຕືອນ​ສິດ​ຂອງ​ແມ່​ຍິງ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ບັນ​ດາ​ໄພ​ນາບ​ຂູ່​ໃໝ່

ຄະນະກຳມະການ ເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ເສັ້ນທາງສິດຂອງແມ່ຍິງ ແລະ ສະເໜີບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2025.

Top