ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໄດ້ດຳເນີນໃນວັນທີ 18 ມີນາ ຢູ່ນະຄອນຫຼວງ Kuala Lumpur ຂອງ ມາເລເຊຍ. ກອງປະຊຸມເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ສະຖານທີ່ວັດທະນະທຳ ແລະ ການທ່ອງທ່ຽວຂອງເຂດດິນແດນພາກໃຕ້ກັບເພື່ອນມິດສາກົນ,ພ້ອມທັງເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງທາງທິດຕາເວັນຕົກ ແລະ ປະເທດ ມາເລເຊຍ.
ໄປຄຽງຄູ່ກັບການໂຄສະນາພາບພົດ, ບັນດາຈຸດປາຍທາງທີ່ເປັນເອກະລັກສະເພາະ, ແນະນຳບັນດາສະຖານທີ່ປອດໄພ, ເປັນມິດ, ດຶງດູດ ແລະ ມີຄຸນນະພາບຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄປຍັງແຂກທ່ອງທ່ຽວມາເລເຊຍແລ້ວ, ກອງປະຊຸມຍັງມີບັນດາກິດຈະກຳແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການທ່ອງທ່ຽວ, ສ້າງສະຖານທີ່ປາຍທາງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອກຽມພ້ອມຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍມາຈາກມາເລເຊຍ.
ທ່ານນາງ Nornatasha Ahmad, ພະນັກງານຂັ້ນສູງຂອງກົມສົ່ງເສີມການທ່ອງທ່ຽວ ມາເລເຊຍ ຕີລາຄາວ່າ ກອງປະຊຸມ ໄດ້ນຳມາເຊິ່ງຜົນປະໂຫຍດຄວບຄູ່ໃຫ້ແກ່ທັງສອງປະເທດ. ຕາມທ່ານນາງແລ້ວ, ເຫດການນີ້ບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດເພື່ອໃຫ້ວິສາຫະກິດ ມາເລເຊຍ ເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບດິນແດນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ພ້ອມທັງຊ່ວຍໃຫ້ຝ່າຍ ຫວຽດນາມ ມີການສັງເກດທີ່ລະອຽດກວ່າກ່ຽວກັບຕະຫຼາດມາເລເຊຍ.








