ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ການໂອ້ລົມສົນທະນາລະຫວ່າງ 2 ປະເທດ
ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Adam Mula warman Tugio, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ການໂອ້ລົມສົນທະນາລະຫວ່າງ 2 ປະເທດ ກໍຄືປະກອບສ່ວນຊຸກຍູ້ຄວາມສາມັກຄີ, ການຮ່ວມມືໃນ ອາຊຽນ; ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງ, ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ກັບບັນດາການເຊື່ອມຕໍ່ສີຂຽວ, ເຊື່ອມຕໍ່ດີຈີຕອນ, ສ້າງຮາກຖານຂໍ້ມູນລວມ; ພິເສດ ເຊື່ອມຕໍ່ການໜູນຊ່ວຍເຊິ່ງກັນແລະກັນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ໃນນັ້ນ ມີຕາໜ່າງໄຟຟ້າ ອາຊຽນ, ຫຼີກລ່ຽງການສະໜອງດ້ານພະລັງງານຂາດວັກຂາດຕອນ.
ທ່ານາຍົກລັດຖະມົນຕີ ສະເໜີໃຫ້ 2 ປະເທດ ພ້ອມກັບບັນດາປະເທດປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ.
ສ່ວນທ່ານເອກອັກຄະລັດຖະທູດ Adam Mula warman Tugio, ປາດຖະໜາໃຫ້ 2 ຝ່າຍຊຸກຍູ້ເພື່ອນຳວົງເງິນການຄ້າບັນລຸ 18 ຕື້ USD ໂດຍໄວ; ເພີ່ມທະວີການຮ່ວມມືໃນການຫັນເປັນພະລັງງານສີຂຽວ; ສົ່ງເສີມວິສາຫະກິດ ຫວຽດນາມ ລົງທຶນເຂົ້າຂົງເຂດອຸດສາຫະກຳຂຸດຄົ້ນແຮ່ທາດຢູ່ ອິນໂດເນເຊຍ.
(ແຫຼ່ງຄັດຈາກ VOV)