ຂ່າວສານ

ຂະ​ແໜງ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ພິ​ຊິດ ຕະຫຼາດມ​າ​ເລ​ເຊຍ

ໄປຄຽງຄູ່ກັບການໂຄສະນາພາບພົດ, ບັນດາຈຸດປາຍທາງທີ່ເປັນເອກະລັກສະເພາະ, ແນະນຳບັນດາສະຖານທີ່ປອດໄພ, ເປັນມິດ, ດຶງດູດ ແລະ ມີຄຸນນະພາບຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄປຍັງແຂກທ່ອງທ່ຽວມາເລເຊຍແລ້ວ, ກອງປະຊຸມຍັງມີບັນດາກິດຈະກຳແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການທ່ອງທ່ຽວ.
  ຜູ້ຕາງໜ້າບັນດາບໍລິສັດທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ມາເລເຊຍ ແລກປ່ຽນທີ່ກອງປະຊຸມ (ພາບ: TTXVN)  

ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໄດ້ດຳເນີນໃນວັນທີ 18 ມີນາ ຢູ່ນະຄອນຫຼວງ Kuala Lumpur ຂອງ ມາເລເຊຍ. ກອງປະຊຸມເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ສະຖານທີ່ວັດທະນະທຳ ແລະ ການທ່ອງທ່ຽວຂອງເຂດດິນແດນພາກໃຕ້ກັບເພື່ອນມິດສາກົນ,ພ້ອມທັງເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງທາງທິດຕາເວັນຕົກ ແລະ ປະເທດ ມາເລເຊຍ.

ໄປຄຽງຄູ່ກັບການໂຄສະນາພາບພົດ, ບັນດາຈຸດປາຍທາງທີ່ເປັນເອກະລັກສະເພາະ, ແນະນຳບັນດາສະຖານທີ່ປອດໄພ, ເປັນມິດ, ດຶງດູດ ແລະ ມີຄຸນນະພາບຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄປຍັງແຂກທ່ອງທ່ຽວມາເລເຊຍແລ້ວ, ກອງປະຊຸມຍັງມີບັນດາກິດຈະກຳແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການທ່ອງທ່ຽວ, ສ້າງສະຖານທີ່ປາຍທາງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອກຽມພ້ອມຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍມາຈາກມາເລເຊຍ.

ທ່ານນາງ Nornatasha Ahmad, ພະນັກງານຂັ້ນສູງຂອງກົມສົ່ງເສີມການທ່ອງທ່ຽວ ມາເລເຊຍ ຕີລາຄາວ່າ ກອງປະຊຸມ ໄດ້ນຳມາເຊິ່ງຜົນປະໂຫຍດຄວບຄູ່ໃຫ້ແກ່ທັງສອງປະເທດ. ຕາມທ່ານນາງແລ້ວ, ເຫດການນີ້ບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດເພື່ອໃຫ້ວິສາຫະກິດ ມາເລເຊຍ ເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບດິນແດນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ພ້ອມທັງຊ່ວຍໃຫ້ຝ່າຍ ຫວຽດນາມ ມີການສັງເກດທີ່ລະອຽດກວ່າກ່ຽວກັບຕະຫຼາດມາເລເຊຍ.


top