• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງ ແລະ ບູ​ລະ​ນະ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຄົມ ຫວຽດ​ນາມ

ທີ່ກອງປະຊຸມຄັ້ງທີ 2, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ລັດແຫ່ງກົດໝາຍແມ່ນຄຸນຄ່າລວມຂອງ ມວນມະນຸດ, ຮູບແບບລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ທັງມີລັກສະນະກວມລວມຂອງ ມວນມະນຸດ ທັງມີລັກສະນະພິເສດສະເພາະຕາມກຳນົດທິດສັງຄົມນິຍົມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 19 ຕຸລາ, ກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳການສ້າງບັນດາຫົວເລື່ອງຂຶ້ນກັບແຜນການ “ຍຸດທະສາດກໍ່ສ້າງ ແລະ ບູລະນະລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045” ໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ເພື່ອມີພື້ນຖານຍື່ນສະເໜີຕໍ່ ກອງປະຊຸມຄັ້ງທີ 6 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ພິຈາລະນາ, ປະກາດໃຊ້ມະຕິກ່ຽວກັບຍຸດທະສາດກໍ່ສ້າງ ແລະ ບູລະນະລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມຮອດປີ 2030, ກຳນົດທິດຮອດປີ 2045, ກົມການເມືອງ ສູນການພັກ ໄດ້ສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການ ສ້າງແຜນຮ່າງ ເຊິ່ງຄາດຄະເນຈະຍືນສະເໜີຕໍ່ກອງປະຊຸມຄັ້ງທີ 6 ຂອງ ຄະນະບໍລິການງານສູນກາງພັກ ໃນເດືອນຕຸລາ ປີ 2022.

ທີ່ກອງປະຊຸມຄັ້ງທີ 2, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ລັດແຫ່ງກົດໝາຍແມ່ນຄຸນຄ່າລວມຂອງ ມວນມະນຸດ, ຮູບແບບລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ທັງມີລັກສະນະກວມລວມຂອງ ມວນມະນຸດ ທັງມີລັກສະນະພິເສດສະເພາະຕາມກຳນົດທິດສັງຄົມນິຍົມ. ດັ່ງນັ້ນ, ບັນດາຫົວເລື່ອງຕ້ອງເຊື່ອມຊືມ, ຮັບປະກັນການສະແດງໃຫ້ເຫັນແຈ້ງລັກສະນະພິເສດ ແລະ ຕິດແທດກັບລັກສະນະ, ແຜນນະໂຍບາຍໃຫຍ່ຂອງ ພັກ, ລັດ ສຳລັບຂົງເຂດນີ້.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top