• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ລຳ​ທຳ​ອິດ​ໄດ້​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນ​ຂອງ ຢູ​ແກຼນ ຢູ່​ທະ​ເລ​ດຳ

ບັນດາເຈົ້າໜ້າທີ່ຂອງ ຢູແກຼນ ແລະ ຕວັກກີ ກໍຢັ້ງຢືນວ່າ ກ່ຳປັ່ນຂົນສົ່ງທັນຍາຫານ ແລະ ອາຫານຈາກ ຢູແກຼນ ໄດ້ເດີນທາງອອກຈາກທ່າກ່ຳປັ່ນຂອງປະເທດນີ້ຢູ່ທະເລດຳ ຖືກຕ້ອງຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາຝ່າຍ ເພື່ອແນໃສ່ເຊື່ອມຕໍ່ການເຄື່ອນໄຫວຢູ່ທ່າກ່ຳປັ່ນແຫ່ງຕ່າງໆຄືນໃໝ່.

ກ່ຳປັ່ນຂົນສົ່ງສິນຄ້າລຳທຳອິດໄດ້ເຂົ້າທຽບທ່າ Chornomorsk ຂອງປະເທດນີ້ ຢູ່ທະເລດຳ

ວັນທີ 7 ສິງຫາ, ກະຊວງພື້ນຖານໂຄງລ່າງ ຢູແກຼນ ຢັ້ງຢືນວ່າ ກ່ຳປັ່ນຂົນສົ່ງສິນຄ້າລຳທຳອິດໄດ້ເຂົ້າທຽບທ່າ Chornomorsk ຂອງປະເທດນີ້ ຢູ່ທະເລດຳ ພາຍຫຼັງຖືກຢຸດຕິການເຄື່ອນໄຫວຊົ່ວຄາວຍ້ອນຖືກຜົນສະທ້ອນຈາກການປະທະກັນ.

        ໃນວັນດຽວກັນ, ບັນດາເຈົ້າໜ້າທີ່ຂອງ ຢູແກຼນ ແລະ ຕວັກກີ ກໍຢັ້ງຢືນວ່າ ກ່ຳປັ່ນຂົນສົ່ງທັນຍາຫານ ແລະ ອາຫານຈາກ ຢູແກຼນ ໄດ້ເດີນທາງອອກຈາກທ່າກ່ຳປັ່ນຂອງປະເທດນີ້ຢູ່ທະເລດຳ ຖືກຕ້ອງຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາຝ່າຍ ເພື່ອແນໃສ່ເຊື່ອມຕໍ່ການເຄື່ອນໄຫວຢູ່ທ່າກ່ຳປັ່ນແຫ່ງຕ່າງໆຄືນໃໝ່. ອົງການຄຸ້ມຄອງກ່ຳປັ່ນ ຢູແກຼນ ກໍໃຫ້ຮູ້ວ່າ ມີກ່ຳປັ່ນ 4 ລຳດັ່ງກ່າວ ໄດ້ຂົນສົ່ງສາລີ ພ້ອມກັບບາງປະເພດທັນອາຫານອື່ນໆຈຳນວນເກືອບ 170.000 ໂຕນ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top