• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົ​ມ​ການ​ເມືອງ​ຮຽກ​ຮ້ອງ​ໃຫ້​ທົ່ວ​ປວງ​ຊົນ​ທັງ​ຊາດ​ສາ​ມັກ​ຄີ​ກັນ​ກະ​ທຳ​ເພື່ອ​ເອົາ​ຊະ​ນະ​ໂລກ​ລະ​ບາດ Covid – 19

ທີ່ກອງປະຊຸມໃນວັນທີ 20 ມີນາ 2020, ພາຍຫຼັງຮັບຟັງຄະນະພະນັກງານອົງຄະນະພັກລັດຖະບານລາຍງານກ່ຽວກັບສະພາບການວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຄຳເຫັນຂອງບັນດາອົງການທີ່ກ່ຽວຂ້ອງ, ກົມການເມືອງໄດ້ປຶກສາຫາລືແລະສະຫຼຸບກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.

ກົມການເມືອງປະຊຸມວຽກງານປ້ອງກັນ,ສະກັດກັ້ນ ໂລກລະບາດ Covid – 19 (ພາບ: TTXVN)

ການສະຫຼຸບຊີ້ແຈ້ງວ່າປັດຈຸບັນ, ສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພວມກໍ່ຜົນກະທົບຢ່າງຮອບດ້ານເຖິງເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແລະຊີວິດການເປັນຢູ່ຂອງປະຊາຊົນ, ອາດຈະແກ່ຍາວ, ຍາກທີ່ຈະຄາດຄະເນໄດ້ເວລາສິ້ນສຸດລົງ. ຫວຽດນາມພວມປະເຊີນໜ້າກັບຄວາມສ່ຽງທີ່ໃຫຍ່ຫຼວງ ກ່ຽວກັບການແຜ່ລະບາດຂອງໂລກລະບາດແລະພວມຢູ່ໃນໄລຍະຕ້ອງສຸມໃສ່ຢູ່ໃນລະດັບສູງເພື່ອຄວບຄຸມການຕິດແປດ, ເດັດຂາດບໍ່ໃຫ້ປະໝາດ, ບໍ່ປ່ອຍປະລະເລີຍ. ໝາກຜົນໃນໄລຍະທີ່ຜ່ານມາໄດ້ຊ່ວຍໃຫ້ພວກເຮົາຖອດຖອນໄດ້ບົດຮຽນປະສົບການຫຼາຍຢ່າງ, ດ້ວຍຄວາມເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນ, ການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ພວກເຮົາເຊື່ອໝັ້ນວ່າໂລກລະບາດຈະຖືກສະກັດກັ້ນ, ເສດຖະກິດຈະໄດ້ຮັບການຟື້ນຟູແລະມີສະຖຽນລະພາບ, ຮັບປະກັນຊີວິດສັງຄົມໂດຍໄວ.

ກົມການເມືອງຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ,  ອຳນາດການປົກຄອງ, ທຸກຄະນະ, ທຸກຂະແໜງການແລະອົງການຈັດຕັ້ງມະຫາຊົນ ຈົ່ງສຸມໃສ່ປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍເນື້ອໃນຈິດໃຈຄວາມຮັບຜິດຊອບສູງສຸດ, ເດັດຂາດບໍ່ປະໃຫ້ໂລກລະບາດແຜ່ລາມໃນວົງກ້ວາງ.

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top