• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກກະກຽມເນື້ອໃນຖະແຫຼງການຮ່ວມຍື່ນສະເໜີໃນສັບປະດາຂັ້ນສູງ APEC 2017

      ວັນທີ 22 ສິງຫາ ໃນມື້ເຮັດວຽກທີ 2 ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກຂອງ SOM 3 –APEC ໄດ້ສະຫງວນເວລາສ່ວນຫຼາຍໃຫ້ບັນດາເນື້ອໃນໆຖະແຫຼງການຮ່ວມຈະຍື່ນສະເໜີໃນສັບປະດາຂັ້ນສູງ APEC ໃນທ້າຍປີນີ້
      
(ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກກະກຽມເນື້ອໃນ
ຖະແຫຼງການຮ່ວມຍື່ນສະເໜີໃນສັບປະດາຂັ້ນສູງ APEC 2017)
      ຮັບຟັງບັນດາການລາຍງານ, ຂໍ້ສະເໜີໃໝ່ຂອງບັນດາພື້ນຖານເສດຖະກິດໃຫ້ປີ 2018 ພ້ອມກັບບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍສຳລັບແມ່ຍິງ ແລະ ພື້ນຖານເສດຖະກິດ; ດຶງດູດການລົງທຶນ ແລະ ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນໃຫ້ຂະແໜງສາທາລະນະສຸກ… ບັນດາຜູ້ແທນໃຫ້ຮູ້ວ່າ: ຖະແຫຼງການຮ່ວມຄັ້ງນີ້ຂອງກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກຈະສຸມໃສ່ຍົກອອກບັນດາສານຈຸດສຸມ ນັ້ນແມ່ນ: ບັນດາພື້ນຖານເສດຖະກິດສະມາຊິກ APEC ຕ້ອງເພີ່ມທະວີລົງທຶນໃຫ້ຂະແໜງສາທາລະນະສຸກ; ພ້ອມກັນຮ່ວມແຮງຮ່ວມໃຈໃນການປ້ອງກັນຕ້ານບັນດາພະຍາດບໍ່ຕິດແປດ ແລະ ພົນລະເມືອງມີອາຍຸສູງກວມສ່ວນຫຼາຍ; ສຸມໃສ່ຮ່ວມມືປ້ອງກັນ, ຕ້ານພະຍາດເກີດຂຶ້ນໃໝ່ ແລະ ແຜ່ລະບາດ, ພິເສດແມ່ນກະກຽມກັບກໍລະນີຮັບມື, ກຽມພ້ອມຮັບມືກັບບັນດາສະພາບການຮີບດ່ວນກໍ່ຄື: ອາການຂອງໂລກພະຍາດ; ເພີ່ມທະວີລະບົບສາທາລະນະສຸກ, ສຸມໃສ່ຍູ້ແຮງສາທາລະນະສຸກຂັ້ນພື້ນຖານ, ເບິ່ງແຍງດູແລສຸຂະພາບຂັ້ນຕົ້ນ. ນຳຂະແໜງສາທາລະນະສຸກເຂົ້າໃນທຸກນະໂຍບາຍ, ລ້ວນແຕ່ຮັບໃຊ້ໃຫ້ສຸຂະພາບຂອງປະຊາຊົນ, ໜ້າທີ່ຂອງລະບົບການເມືອງ
(ແຫຼ່ງຄັດຈາກ VOV)
 
 

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ

Top