• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍ​ລິ​ສັດ ເຄື່ອງ​ເອ້​ຢ້ອງ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຈະ​ສ້າງ​ໂຮງ​ງານທີ່​ມີ​ມູນ​ຄ່າ 150 ລ້ານ USD ຢູ່​ບິ່ງ​ເຢືອງ ຫວຽດ​ນາມ

ໂຮງງານ ທີ່ມີຍອດເງິນລົງທຶນ ກໍ່ສ້າງຂຶ້ນເຖິງ 150 ລ້ານ USD ຂອງ Pandora ຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານນາຍຊ່າງເງິນ ກ່ວາ 7000 ຄົນ ແລະ ຜະລິດຜະລິດຕະພັນເອ້ຢ້ອງ 60 ລ້ານຢ່າງຕໍ່ປີ.
ເຂດ ອຸດສາຫະກຳVSIP 3 ຢູ່ບິ່ງເຢືອງ (ພາບ: plo.vn)

ຕາມແຈ້ງການຂອງສະຖານທູດ ແດນມາກ ປະຈຳ ຫວຽດນາມແລ້ວ, ກຸ່ມບໍລິສັດເຄື່ອງ ເອ້ຢ້ອງ ໃຫຍ່ທີ່ສຸດໃນໂລກ Pandora ຈະເລີ່ມລົງມືກໍ່ສ້າງໂຮງງານ Pandora Production ຫວຽດນາມ ຢູ່ເຂດອຸດສາຫະກຳ VSIP 3 ແຂວງ ບິ່ງເຢືອງ, ໃນວັນທີ 16 ພຶດສະພາ ຈະມາເຖິງ. ໂຄງການແມ່ນຮາກຖານຜະລິດອັນດັບທີ 3 ແລະ ແມ່ນໂຮງງານແຫ່ງທຳອິດຂອງ Pandora ທີ່ໄດ້ຮັບການກໍ່ສ້າງນອກປະເທດໄທ.

ຄາດວ່າ ໂຮງງານ ທີ່ມີຍອດເງິນລົງທຶນ ກໍ່ສ້າງຂຶ້ນເຖິງ 150 ລ້ານ USD ຂອງ Pandora ຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານນາຍຊ່າງເງິນ ກ່ວາ 7000 ຄົນ ແລະ ຜະລິດຜະລິດຕະພັນເອ້ຢ້ອງ 60 ລ້ານຢ່າງຕໍ່ປີ. ເອ້ຢ້ອງຊະນິດຕ່າງໆທີ່ໄດ້ຜະລິດຢູ່ໂຮງງານ ຫວຽດນາມ ຈະກວມເອົາຂຶ້ນເຖິງ 1/3 ສະມັດຕະພາບໃນທົ່ວໂລກ ຂອງ Pandora.

ແລະສະຖານທີ່ ແດກມາກ ກໍ່ໃຫ້ຮູ້ວ່າ, ໂຮງງານ Pandora Production ຫວຽດນາມ ຈະນຳໃຊ້ 100% ຜະລິດຕະພັນທົດແທນ ຜ່ານນັ້ນ ປະກອບສ່ວນເຂົ້າໃນເປົ້າມາຍຫັນປ່ຽນສີຂຽວ ຢູ່ ຫວຽດນາມ ເມື່ອໄດ້ຮັບການເຄື່ອນໄຫວຕາມບັນດາມາດຖານພັດທະນາແບບຍືນຍົງຢູ່ລະດັບສູງທີ່ສຸດໃນຕະຫຼອດ ລະບົບມູນຄ່າຜະລິດຂອງ ກຸ່ມບໍລິສັດ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ຖະ​ແຫຼງ​ບໍ່​ຢຸດ​ຍິງ

ອີ​ຣານ ສືບ​ຕໍ່​ຖະ​ແຫຼງ​ບໍ່​ຢຸດ​ຍິງ

ບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດໄດ້ດຳເນີນຍາມກາງຄືນມື້ວານນີ້, ໃນຂະນະນັ້ນກອງທັບອາກາດ ອິດສະຣາແອັນ ໄດ້ຜັນຂະຫຍາຍເຮືອບິນສູ້ຮົບນັບສິບລຳ, ຖີ້ມລະເບີດກວ່າ 170 ລູກລົງບັນດາສະໜາມຮົບປ້ອງກັນອາກາດ ແລະ ລູກສອນໄຟ ອີຣານ ຢູ່ເຂດນະຄອນຫຼວງ ເຕເຕເຮຣານ, ພ້ອມກັບບັນດານະຄອນ Isfahan ແລະ Shiraz.

Top