ຕອນບ່າຍວັນທີ 14 ກຸມພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Chey Tae-won, ປະທານກຸ່ມບໍລິສັດ SK, ທັງເປັນປະທານຫ້ອງການອຸດສາຫະກຳ ແລະ ການຄ້າ (KCCI), ສ.ເກົາຫຼີ. ນີ້ແມ່ນກຸ່ມບໍລິສັດເສດຖະກິດຫຼາຍຂະແໜງ ມີແຫຼ່ງທຶນຕະຫຼາດເກືອບ 200 ຕື້ USD, ຢືນອັນດັບທີ 2 ຢູ່ ສ.ເກົາຫຼີ ແລະ ນອນໃນ top 100 ກຸ່ມບໍລິສັດໃຫຍ່ທີ່ສຸດໃນທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງ SK ດ້ວຍບົດບາດເປັນນັກລົງທຶນໃຫຍ່, ລົງທຶນເຂົ້າຫຼາຍກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງ ຫວຽດນາມ ປະມານ 3,5 ຕື້ USD. ທ່ານນາຍົກລັດຖະມົນຕີສະເໜີວ່າ, ໃນໄລຍະຈະມາເຖິງ ກຸ່ມບໍລິສັດ SK ສືບຕໍ່ໃຫ້ຄຳປຶກສາ, ໜູນຊ່ວຍ, ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດຈຸດສຸມຫຼາຍກວ່າ.
ສ່ວນທ່ານ Chey Tae-won, ປະທານກຸ່ມບໍລິສັດ SK ໃຫ້ຮູ້ວ່າ, ກຸ່ມບໍລິສັດກໍ່ພວມສືບຕໍ່ມານະພະຍາຍາມຊອກຫາໂອກາດເພືຶ່ອເພີ່ມທະວີການໜູນຊ່ວຍ, ການຮ່ວມມືໃຫ້ແກ່ການພັດທະນາ, ການເຕີບໂຕເສດຖະກິດສູງ, ຍືນຍົງ, ຍາວນານຢູ່ ຫວຽດນາມ. ສຳລັບຂົງເຂດທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຕື້ອງເຖິງ, ທ່ານສະເໜີກໍ່ສ້າງບັນດາໂຮງງານໄຟຟ້າ LNG ຂອບຂະໜາດໃຫຍ່, ບົນພື້ນຖານນັ້ນ ສືບຕໍ່ພັດທະນາບັນດສູນພະລັງງານໃໝ່ ຕິດພັນກັບການພັດທະນາປັນຍາປະດິດ, logistics, ນະວັດຕະກຳ…