• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມທະນາຄານໂລກ ເພີ່ມມູນຄ່າບ້ວງເງິນໜູນຊ່ວຍ ເພື່ອຮັບມືກັບໂລກລະບາດ Covid –19 ຂຶ້ນເປັນ 14 ຕື້ USD

      ກຸ່ມທະນາຄານໂລກ (WBG) ປະກາດວ່າ ໄດ້ຍົກມູນຄ່າບ້ວງເງິນໜູນຊ່ວຍດ້ານການເງິນໂດຍດ່ວນ ແຕ່ 12 ຕື້ USD ຂຶ້ນເປັນ 14 ຕື້ USD.   

(ພາບປະກອບ: THX/TTXVN)
      ວັນທີ 17 ມີນາ, ກຸ່ມທະນາຄານໂລກ (WBG) ປະກາດວ່າ ໄດ້ຍົກມູນຄ່າບ້ວງເງິນໜູນຊ່ວຍດ້ານການເງິນໂດຍດ່ວນ ແຕ່ 12 ຕື້ USD ຂຶ້ນເປັນ 14 ຕື້ USD ເພື່ອແນໃສ່ຊ່ວຍບັນດາປະເທດ ແລະ ວິສາຫະກິດ “ປົວແປງກຳລັງຄວາມສາມາດແຫ່ງຊາດ ເພື່ອປ້ອງກັນ ແລະ ຮັບມືກັບໂລກລະບາດ”. ບ້ວງເງິນໜູນຊ່ວຍລວມມີ ນະໂຍບາຍສະກັດກັ້ນໂລກລະບາດ,ກວດພົບພະຍາດ ແລະ ປິ່ນປົວ, ພ້ອມທັງສະໜອງການໜູນຊ່ວຍໂດຍດ່ວນໃຫ້ແກ່ບັນດາວິສາຫະກິດ ແລະ ແຮງງານ ເພື່ອຫຼຸດຜ່ອນຜົນສະທ້ອນຈາກໂລກລະບາດ Covid – 19 ຕໍ່ຂົງເຂດການເງິນ ແລະ ເສດຖະກິດ.
        ກ່ອນໜ້ານັ້ນ, ຕົ້ນເດືອນມີນາ, WBG ໄດ້ແຈ້ງໃຫ້ຊາບວ່າ ພ້ອມແລ້ວທີ່ຈະສະໜອງບັນດາບ້ວງເງິນໜູນຊ່ວຍໃນເບື້ອງຕົ້ນ ທີ່ມີມູນຄ່າ 12 ຕື້ USD ເພື່ອແນໃສ່ໜູນຊ່ວຍບັນດາປະເທດທີ່ພວມຖືກຜົນສະທ້ອນຈາກໂລກລະບາດ Covid – 19.
 (ແຫຼ່ງຄັດຈາກ VOV)
 
 
 

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະ: ເປີດກວ້າງການຮ່ວມມືກັບ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງ ແມ່ນບາດກ້າວຍຸດທະສາດ, ເໝາະສົມກັບຂອບເຂດການພົວພັນຍຸດທະສາດຮອບດ້ານ.

Top