• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ QUAD ສະໜັບສະໝູນການໜູນຊ່ວຍຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ

ກອງປະຊຸມສຸດຍອດ ກຸ່ມ QUAD ໄດ້ສິ້ນສຸດລົງ ໃນຕອນບ່າຍວັນທີ 24 ພຶດສະພານີ້, ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ.
  ການນຳ 4 ປະເທດສະມາຊິກກຸ່ມ QUAD (ພາບ: Getty Images)   

 ສິ້ນສຸດປະຊຸມ, ການນຳ 4 ປະເທດ ລວມມີ: ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ ແລະ ອິນເດຍ ໄດ້ອອກຖະແຫຼງການຮ່ວມຢືນຢັນຄືນໃໝ່ “ສະໜັບສະໜູນໂດຍຍຶດໝັ້ນຕໍ່ກັບຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ. ກໍ່ຄືການຜັນຂະຫຍາຍໃນຕົວຈິງວິໄສທັດ ອາຊຽນ ກ່ຽວກັບ ອິນເດຍປາຊີຟິກ (AOIP)”.

ໃນຖະແຫຼງການຮ່ວມ, ບັນດາການນຳ ກຸ່ມ QUAD ໄດ້ຢືນຢັນເຖິງການສະໜັບສະໜູນໃຫ້ຄວາມເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນບັນດາເນື້ອໃນສະແດງໃຫ້ເຫັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS), ແລະ ສະໜັບສະໜູນການຮັກສາສິດເສລີໃນການເດີນເຮືອ ແລະ ການບິນແນໃສ່ຮັບມືຕໍ່ບັນດາສີ່ງທ້າທາຍກ່ຽວກັບຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ຫຼັກການເດີນເຮືອ, ໃນນັ້ນມີທັງທະເລຕາເວັນອອກ ແລະ ທະເລຮາວຕຸງ.

ຖະແຫຼງການຮ່ວມໄດ້ຍົກໃຫ້ເຫັນແຈ້ງວ່າ ກຸ່ມ QUAD ສະໜັບສະໜູນຢ່າງແຂງແຮງຫຼັກການເສລີພາບ, ເຄົາລົບລະບຽບກົດໝາຍ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ໂດຍບໍ່ມີການນາບຂູ່ ຫຼື ໃຊ້ກຳລັງອາວຸດ, ທຸກຄວາມມານະພະຍາຍາມພຽງຝ່າຍດຽວ ເພື່ອແນ່ໃສ່ປ່ຽນສະພາບເດີມ, ເສລີພາບໃນການເດີນເຮືອ ແລະ ເສລີພາບທາງການບິນ,  ຢືນຢັນວ່າບັນດາຂໍ້ກຳນົດນີ້ມີຄວາມສຳຄັນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ອິນເດຍ-ປາຊີຟິກ ແລະ ໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top