ຂ່າວສານ
ກຳລັງບົ່ມຊ້ອນໃນການພັດທະນາສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແມ່ນໃຫຍ່ຫຼວງທີ່ສຸດ
ກຳລັງບົ່ມຊ້ອນໃນການພັດທະນາສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແມ່ນໃຫຍ່ຫຼວງທີ່ສຸດ ຕ້ອງມີການຮ່ວມເດີນທາງຂອງບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ສອງຝ່າຍ. ນີ້ແມ່ນເນື້ອໃນໂດຍບັນດາຜູ້ແທນແບ່ງປັນທີ່ເວທີປາໄສຮ່ວມມືເສດຖະກິດການຄ້າ ຫວຽດນາມ - EU 2025. ເວທີປາໄສໂດຍກະຊວງອຸດສາຫະກຳ ການຄ້າ ສົມທົບກັບສະຖານທູດ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU), ສະມາຄົມວິສາຫະກິດ EU ປະຈຳ ຫວຽດນາມ (EuroCham) ຈັດຂຶ້ນ ໃນວັນທີ 17 ຕຸລາ ຢູ່ນະຄອນ ໂຮ່ຈີມິນ. ຕາມຂໍ້ມູນຂອງກົມພາສີ ຫວຽດນາມແລ້ວ, ພາຍຫຼັງ 5 ປີແຫ່ງການປະຕິບັດສັນຍາ EVFTA, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ EU ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈາກ 48,9 ຕື້ USD ໃນປີ 2019 ຂຶ້ນເຖິງ ເກືອບ 78 ຕື້ USDໃນປີ 2024 - ປີທີ 5 ທີ່ສັນຍາມີຜົນບັງຄັບໃຊ້, ຄິດສະເລ່ຍເພີ່ມຂຶ້ນກ່ວາ 10%/ປີ. ທ່ານ ໂດດຶກເຕື໋ອງ, ນັກຊ່ຽວຊານພະລັງງານຂອງອົງການສປຊ ເພື່ອການພັດທະນາ ສປຊ (UNDP), ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໜຼນຊ່ວຍ, ຍົກຕົວຢ່າງຄືການສ້າງວິວັດການເພື່ອເລືອກເອົາບັນດາໂຄງການທີ່ເໝາະສົມກັບບັນດາມາດຖານໃນໂຄງການກ່ຽວກັບການຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ ຍົກອອກມາ ແລະ ໜູນຊ່ວຍບັນດາໂຄງການນັ້ນເຊື່ອມຕໍ່ກັບບັນດາຫົວໜ່ວຍການເງິນ. ໃນວິວັດການປະຕິບັດວຽກງານນັ້ນ, ພວກຂ້າພະເຈົ້າເຫັນວ່າມີບັນດາອົງການການເງິນ, ທະນາຄານຄື ຢາກເຂົ້າມາ ຫວຽດນາມ ແລະ ເຂົ້າຮ່ວມວິວັດການໜູນຊ່ວຍໃຫ້ແກ່ບັນດາໂຄງການສີຂຽວຢູ່ ຫວຽດນາມ.