ທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen ໄດ້ຢັ້ງຢືນວ່າການປັບປຸງກຳລັງການທະຫານຢູ່ເຂດ ເກີດການປະທະກັນ ໂດຍຜູ້ບັນຊາການກອງທັບສອງປະເທດ ກຳປູເຈຍ - ໄທເຫັນດີເປັນເອກະພາບ. ສິ່ງນີ້ແມ່ນສຳຄັນທີ່ສຸດຍ້ອນວ່າຈະຊ່ວຍຫຼີກລ້ຽງການທະປະກັນອັນນອງເລືອດທີ່ອາດຈະເກີດຂຶ້ນ.
ທ່ານປະທານສະພາສູງ ກຳປູເຈຍ ອີກຄັ້ງໜຶ່ງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານ ໃນການແກ້ໄຂການປະທະກັນໂດຍສັນຕິວິທີ. ນີ້ແມ່ນວິທີການໜຶ່ງດຽວເພື່ອຫຼີກລ້ຽງການປະທະກັນທີ່ນອງເລືອດ ແລະ ສ້າງນ້ຳໃຈມິດຕະພາບ, ການຮ່ວມມືອັນດີງາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.