ຂ່າວສານ

ກຳ​ປູ​ເຈຍ ແລະ ໄທ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ ເຂດ​ຊາຍ​ແດນ

ວັນທີ 8 ມິຖຸນາ, ກະຊວງປ້ອງກັນປະເທດ ກຳປູເຈຍ ໄດ້ປະກາດໂດຍໃຫ້ຮູ້ວ່າ ກອງທັບ ກຳປູເຈຍ ແລະ ໄທ ໄດ້ດຳເນີນກອງປະຊຸມ ແລະ ຕົກລົງດັດປັບກຳລັງຂອງທັງ2 ຝ່າຍເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງສອງຝ່າຍ.
ກຳລັງປະກອບອາວຸດ ກຳປູເຈຍ ລາດຕະເວນຢູ່ເຂດຊາຍແດນ (ພາບ: ກະຊວງປ້ອງກັນປະເທດ ກຳປູເຈຍ)

ທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen ໄດ້ຢັ້ງຢືນວ່າການປັບປຸງກຳລັງການທະຫານຢູ່ເຂດ ເກີດການປະທະກັນ ໂດຍຜູ້ບັນຊາການກອງທັບສອງປະເທດ ກຳປູເຈຍ - ໄທເຫັນດີເປັນເອກະພາບ. ສິ່ງນີ້ແມ່ນສຳຄັນທີ່ສຸດຍ້ອນວ່າຈະຊ່ວຍຫຼີກລ້ຽງການທະປະກັນອັນນອງເລືອດທີ່ອາດຈະເກີດຂຶ້ນ.

ທ່ານປະທານສະພາສູງ ກຳປູເຈຍ ອີກຄັ້ງໜຶ່ງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານ ໃນການແກ້ໄຂການປະທະກັນໂດຍສັນຕິວິທີ. ນີ້ແມ່ນວິທີການໜຶ່ງດຽວເພື່ອຫຼີກລ້ຽງການປະທະກັນທີ່ນອງເລືອດ ແລະ ສ້າງນ້ຳໃຈມິດຕະພາບ, ການຮ່ວມມືອັນດີງາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.


top