• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ.
  ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ວາງອີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຕຸງຈິນ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ກວາງແຊວຮົ້ງ ເປັນປະທານຮ່ວມ (ພາບ: ກະຊວງການຕ່າງປະເທດ)  

ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ວາງອີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຕຸງຈິນ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ກວາງແຊວຮົ້ງ ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ສົນທະນາຍຸດທະສາດ 3+3 ຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ ແລະ ຕຳຫຼວດ ຫວຽດນາມ - ຈີນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ຊີ້ແຈ້ງວ່າ:

ນີ້ແມ່ນກົນໄກ 3+3 ຄັ້ງທຳອິດຂອງ ຫວຽດນາມ ແລະ ຈີນກັບບັນດາປະເທດ, ສະແດງໃຫ້ເຫັນການພົວພັນພິເສດທີ່ສຸດ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງສູງ, ຄວາມສະໜິດຕິດພັນຍຸດທະສາດຢ່າງໃກ້ຊິດລະຫວ່າງສອງພັກ, ສອງລັດ, ເໝາະສົມກັບລະດັບໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ, ທີ່ມີຄວາມໝາຍຍຸດທະສາດ. ໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ຈີນພວມຮັກສາທ່າພັດທະນາຢ່າງຕັ້ງໜ້າ, ດີງາມ, ບັນດາກົນໄກຮ່ວມມືລະຫວ່າງສອງຝ່າຍນັບມື້ນັບຮອບດ້ານ, ອຸດົມສົມບູນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງສູງ, ການຮ່ວມມືແທ້ຈິງ. ກົນໄກສົນທະນາຍຸດທະສາດ 3+3 ຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ, ຕຳຫຼວດ ຫວຽດນາມ - ຈີນ ຈະສ້າງທ່ວງທາໃຫ້ແກ່ສອງພັກ, ສອງລັດຍູ້ແຮງການຮ່ວມມື, ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃນສະພາບການໃໝ່.

ຢູ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ. ບັນດາລັດຖະມົນຕີສອງປະເທດ ເນັ້ນໜັກເຖິງລະດັບຄວາມສຳຄັນໃນການແກ້ໄຂຢ່າງສົມເຫດສົມຜົນ, ຄວບຄຸມ ບັນດາບັນຫາທາງທະເລໃຫ້ເປັນຢ່າງດີ, ເໝາະສົມກັບການພົວພັນມິດຕະພາບລະຫວ່າງສອງປະເທດ ແລະ ກົດໝາຍສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)

ການເລືອກຕັ້ງປະກອບສ່ວນສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງ ຫວຽດນາມ

ການເລືອກຕັ້ງປະກອບສ່ວນສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງ ຫວຽດນາມ

ການເລືອກຕັ້ງບໍ່ພຽງແຕ່ແມ່ນການສະແດງໃຫ້ເຫັນເຈດຈຳນົງຂອງປະຊາຊົນ ແລະ ປະຊາທິປະໄຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອປັບປຸງບັນດາພື້ນຖານລະບອບໃຫ້ແກ່ຄວາມກ້າວໜ້າດ້ານເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ອີກດ້ວຍ.

Top