• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດສິ້ນສຸດພາລະກຳຢູ່ ມາລີ

ວັນທີ 30 ທັນວາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ອອກຖະແຫລງການຕີລາຄາສູງ MINUSMA ເມື່ອກຳລັງນີ້ກະກຽມສິ້ນສຸດພາລະກຳຮັກສາສັນຕິພາບຢູ່ ປະເທດ ອາຟຼິກາຕາເວັນຕົກ.
ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ມາລີ ໄປລາດຕາເວັນ ຢູ່ Timbuktu. ພາບ:AFP/TTXVN

ສະຫະປະຊາຊາດ ອອກແຈ້ງການໂດຍໃຫ້ຮູ້ວ່າ: ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ມາລີ (MINUSMA) ກຽມພ້ອມສຳເລັດວິວັດການຖອນອອກຈາກປະເທດ ອາຟຼິກາຕາເວັນຕົກໃນວັນທີ 31 ທັນວາ ປີ 2023. ຕາມແຈ້ງການແລ້ວ ມີພຽງແຕ່ຫນ່ວຍງາມນ້ອຍຂອງ MINUSMA ຍັງຢູ່ ມາລີ ພາຍຫລັງຈຸດເວລາດັ່ງກ່າວເພື່ອຕິດຕາມກວດກາການເຄື່ອນໄຫວຂົນສົ່ງຊັບສິນ ແລະ ມັດມ້ຽນເອົາບັນດາອຸປະກອນຂອງ ສະຫະປະຊາຊາດ.

ທ່ານ El Ghassum Wane, ຫົວຫນ້າ MINUSMA ຢັ້ງຢືນວ່າ: “ບັນດາກອງທຶນອຸປະຖຳ, ອົງການ ແລະ ໂຄງການຂອງ ສປຊ ໄດ້ມີຫນ້າຢູ່ ມາລີ ແຕ່ດົນແລ້ວ ກ່ອນທີ່ຜັນຂະຫຍາຍ MINUSMA ແລະ ຈະສືບຕໍ່ຢູ່ ມາລີ” ພາຍຫລັງກຳລັງຮັກສາສັນຕິພາບຖອນອອກຈາກປະເທດ ອາຟຼິກາຕາເວັນຕົກ ນີ້.

ກ່ອນຫນ້ານັ້ນ, ວັນທີ 30 ທັນວາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ອອກຖະແຫລງການຕີລາຄາສູງ MINUSMA ເມື່ອກຳລັງນີ້ກະກຽມສິ້ນສຸດພາລະກຳຮັກສາສັນຕິພາບຢູ່ ປະເທດ ອາຟຼິກາຕາເວັນຕົກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top