• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ປາບປາມບັນດາເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ທ່ານ Chhay Sinarith ໃຫ້ຮູ້ວ່າ ກຸ່ມຕ້ານການສໍ້ໂກງທາງອອນລາຍລະດັບຊາດ ໄດ້ຜັນຂະຫຍາຍບັນດາມາດຕະການດ້ານນິຕິກຳຕໍ່ບັນດາການເຄື່ອນໄຫວທີ່ຖືກສົງໄສ
  ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງຕົນໃນການຕ້ານການສໍ້ໂກງທາງອອນລາຍ (ພາບ: VNA)  

ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ບັນ​ດາຫົວໂປ່​ນຳໜ້າ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ່​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ Chhay Sinarith, ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.

ທ່ານ Chhay Sinarith ໃຫ​້​ຮູ້ວ່າ ກຸ່ມຕ້ານການສໍ້ໂກງ​ທາງ​ອອນລາຍລະດັບ​ຊາດ ​ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດຕະການດ້ານນິຕິກຳຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວທີ່​ຖືກສົງໄສ, ລວມທັງການບຸກເຂົ້າ​ບັນ​ດາສະຖານທີ່, ສັ່ງ​ຟ້ອງ​ຕໍ່ຜູ້ທີ່​ມີ​ສ່ວນກ່ຽວຂ້ອງ ແລະ ​ສືບ​ຕໍ່ສືບສວນ​ບັນ​ດາຄະດີທີ່​ພວມຖືກດຳເນີນຄະດີຢູ່ສານ. ກ່ຽວຂ້ອງເຖິງເຂດພັດທະນາ​ Long Bay ​ຢູ່ແຂວງ Koh Kong, ທ່ານໄດ້ເນັ້ນໜັກວ່າ ​ອຳ​ນາດ​ການ​ປົກ​ຄອງ ກຳປູເຈຍ ບໍ່ອະນຸຍາດໃຫ້ເຂດນີ້​ເຄື່ອນ​ໄຫວ​ຄື​ດັ່ງ​ຮາກ​ຖານສຳລັບການສໍ້ໂກງ​ໂດຍ​ອີງ​ໃສ່ເຕັກໂນໂລຢີ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top