ຕອນເຊົ້າວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Stefanie Beck ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ, ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບທ່ານພົນເອກ ຟານວັນຢາງ ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນ ແລະ ຕີລາຄາສູງຄວາມສາມາດບົ່ມຊ້ອນ, ຖານະບົດບາດຂອງການາດາບົນເວທີ ພາກພື້ນ ແລະ ສາກົນ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຂອງກະຊວງປ້ອງກັນປະເທດ ການາດາກ່ຽວກັບການບຳລຸງສ້າງ ແລະ ຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ, ທ່ານປາດຖະໜາຢາກໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ມີຢູ່ແລ້ວໃຫ້ເໝາະສົມກັບບັນດາເອກະສານທີ່ໄດ້ຮັບການລົງທຶນ; ຊຸກຍູ້ການຮ່ວມມືກ່ຽວກັບບັນດາຂົງເຂດຄື: ບຳລຸງສ້າງ, ຮັກສາສັນຕິພາບສປຊ, ອຸດສາຫະກຳປ້ອງກັນຊາດ, ແກ້ໄຂຜົນຕາມມາຈາກສົງຄາມ, ຄວບຄຸມເຂດຊາຍແດນ…ໃຫ້ຫຼາຍກ່ວາອີກ.