• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ ສິ້ນ​ສຸດ​ລົງ ແຕ່​ບໍ່​ບັນ​ລຸ​ຂໍ້​ຕົກ​ລົງ

ຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໄດ້ສິ້ນສຸດຢູ່ນະຄອນຫຼວງ ກາຍໂຣ (ອີຢິບ) ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດ, ໃນຂະນະທີ່ຂະບວນການອິດສະຣາລາມ ຮາມາດສ ຂອງ ປາແລັດສະຕິນ ແລະ ອິດສະຣາແອັນ ລ້ວນແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ກັບບາງເງື່ອນໄຂ ເຊິ່ງບັນດາຝ່າຍເປັນກາງໄກເກ່ຍໄດ້ຍົກອອກມາ.
ປະຊາຊົນຊອກຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີທາງອາກາດ (ພາບ: THX/TTXVN)

ວັນທີ 25 ສິງຫາ, ສອງແຫຼ່ງຂ່າວກ່ຽວກັບຄວາມໝັ້ນຄົງ ອີຢິບ ໃຫ້ຮູ້ວ່າ ຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໄດ້ສິ້ນສຸດຢູ່ນະຄອນຫຼວງ ກາຍໂຣ (ອີຢິບ) ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດ, ໃນຂະນະທີ່ຂະບວນການອິດສະຣາລາມ ຮາມາດສ ຂອງ ປາແລັດສະຕິນ ແລະ ອິດສະຣາແອັນ ລ້ວນແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ກັບບາງເງື່ອນໄຂ ເຊິ່ງບັນດາຝ່າຍເປັນກາງໄກເກ່ຍໄດ້ຍົກອອກມາ. ທັງຝ່າຍຂອງ ຮາມາດສ ແລະ ອິດສະຣາແອັນ ລ້ວນແຕ່ອອກຈາກ ກາຍໂຣ ໃນວັນທີ 25 ສິງຫາ ພາຍຫຼັງການພົບປະກັບບັນດາປະເທດເປັນກາງໄກເກ່ຍ ອີຢິບ ແລະ ກາຕາ ໃນຂອບເຂດຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ.

ອີຢິບ, ກາຕາ ພ້ອມດ້ວຍ ອາເມລິກາ ໄດ້ມານະພະຍາຍາມຊຸກຍູ້ບັນດາຮອບເຈລະຈາໃນຫຼາຍເດືອນຜ່ານມາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດສ. ວໍຊິງຕັນ ຍັງພວມປຶກສາຫາລືກັບບັນດາປະເທດເປັນກາງໄກ່ເກ່ຍກ່ຽວກັບບັນດາຂໍ້ສະເໜີໃໝ່ ເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ກໍຄືກ່ຽວກັບກົນໄກປະຕິບັດແຜນການຢຸດຍິງ. ເຖິງຢ່າງໃດກໍຕາມ, ເລື່ອງ ອິດສະຣາແອັນ ຢຶດໝັ້ນຮັກສາການຄົງຕົວຂອງກອງທັບປະເທດນີ້ໃນແລວທາງ Philadelphi, ທີ່ມີຄວາມຍາວກວ່າ 14 ກິໂລແມັດ, ລຽບຕາມຊາຍແດນ ອີຢິບ - ກາຊາ ໄດ້ກາຍເປັນຈຸດອຸດຕັນຕົ້ນຕໍ. ອີຢິບ ໄດ້ຢັ້ງຢືນຄືນຫຼັກໝັ້ນຂອງປະເທດນີ້ ຕໍ່ກັບເລື່ອງ ອິດສະຣາແອັນ ຕ້ອງຖອນກຳລັງອອກຈາກແລວທາງ Philadelphi  ແລະ ເຂດດ່ານຊາຍແດນ  ຣາຟາ ທາງເບື້ອງ ເຂດ ກາຊາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top