ວັນທີ 4 ມິຖຸນາ, ກ່າວຄຳເຫັນທີກອງປະຊຸມຄວາມໝັ້ນຄົງການເຈລະຈາ Shangri-La ຄັ້ງທີ 20 ຈັດຂຶ້ນຢູ່ ສິງກະໂປ, ທ່ານ ຫຼີຊາງຝູ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ໄດ້ກ່າວຫາ “ບາງປະເທດ” ໄດ້ເພີ່ມທະວີການຊ່ວງເສັງອາວຸດ ແລະ ຕັ້ງໃຈແຊກແຊງເຂົ້າໃນວຽກງານພາຍໃນຂອງບັນດາປະເທດ. ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລ້ວ, ຈິນຕະນາການສົງຄາມເຢັນພວມລຸກຮືຂຶ້ນ ແລະ ເຮັດໃຫ້ເພີ່ມຄວາມສ່ຽງດ້ານຄວາມໝັ້ນຄົງ. ທ່ານ ຫຼີຊາງຝູ ກໍກ່າວເຕືອນວ່າ ການສ້າງຕັ້ງບັນດາສຳພັນທະມິດການທະຫານ "ຄື NATO” ຢູ່ພາກພື້ນອາຊີ - ປາຊີຟິກ, ໂດຍຖືວ່າ ບັນດາສຳພັນທະມິດດັ່ງກ່າວ ຈະເຮັດໃຫ້ພາກພື້ນຕົກເຂົ້າສູ່ການປະທະກັນ.
ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລ້ວ, ອາຊີ - ປາຊີຟິກ ໃນປັດຈຸບັນ ຕ້ອງມີການຮ່ວມມືຢ່າງເປີດອົກເປີດໃຈ ແລະ ຮອບດ້ານ, ບໍ່ແມ່ນການສ້າງຄວາມຜູກພັນສະໜິດແໜ້ນຕາມກຸ່ມນ້ອຍ. ໃນບົດກ່າວປາໄສກ່ອນໜ້ານັ້ນ ວັນທີ 3 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຖືວ່າ ເລື່ອງ ປັກກິ່ງ ປະຕິເສດຈັດການເຈລະຈາຢູ່ນອກກອງປະຊຸມຢູ່ ສິງກະໂປ ຄັ້ງນີ້ ໄດ້ເຮັດໃຫ້ຄວາມມານະພະຍາຍາມຮັກສາສັນຕິພາບຂອງພາກພື້ນຫຼຸດລົງ.