• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ ປະ​ທານ ໂຮ່​ຈີ​ມິນ

ງານວາງສະແດງໜຶ່ງກໍ່ແມ່ນຈຸດພົ້ນເດັ່ນຂອງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນງານວາງສະແດງ ຮູບພາບ, ເອກະສານກ່ຽວກັບລຸງ ໂຮ່ ຢູ່ສຳນັກງານປະທານປະເທດ (1954 – 1969) ລວມມີ 135 ຢ່າງ.
(ວາງສະແດງປື້ມກ່ຽວກັບປະທານ ໂຮ່ຈີມິນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19/5/1890 - 19/5/2025), ເຂດປູ່ສະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດທີ່ ຮ່າໂນ້ຍ, ໄດ້ຈັດບັນດາການເຄື່ອນໄຫວທີ່ໜ້າຈັບໃຈ.

   ເປີດສາກແມ່ນງານວາງສະແດງ “ປະທານ ໂຮ່ຈີມິນ-ສິ່ງຍອດຍິ່ງຂອງຊາດ, ຂອບຂະໜາດຍຸກສະໄໝ” ຈັດຂຶ້ນແຕ່ວັນທີ 16 ພຶດສະພາ - ຮອດທ້າຍເດືອນມິຖຸນາປີ 2025 ຊື່ງໄດ້ວາງສະແດງຮູບພາບ, ເອກະສານທີ່ມີຄ່າເກືອບ 300 ຢ່າງທີ່ໄດ້ຮຽບຮຽງ, ຂຸດຄົ້ນຈາກບັນດາອົງການເກັບຮັກສາ, ຫໍພະພິຕະພັນ, ເຂດຮ່ອງຮອຍ, ຫໍສະໝຸດ, ອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ. ງານວາງສະແດງໄດ້ວາດພາບຄືນຊີວິດ, ພາລະກິດການປະຕິວັດຂອງປະທານ ໂຮ່ຈີມິນ.

  ຍັງອີກງານວາງສະແດງໜຶ່ງກໍ່ແມ່ນຈຸດພົ້ນເດັ່ນຂອງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນງານວາງສະແດງ ຮູບພາບ, ເອກະສານກ່ຽວກັບລຸງ ໂຮ່ ຢູ່ສຳນັກງານປະທານປະເທດ (1954 – 1969) ລວມມີ 135 ຢ່າງ.  ໃນໂອກາດນີ້, ເຂດຮ່ອງຮອຍປະທານ ໂຮ່ຈີມິນ ຢູ່ສຳນັກງານປະທານປະເທດ ກໍ່ໄດ້ຈັດລາຍການຢ້ຽມຊົມມໍລະດົກ ໂຮ່ຈິມິນ ໃຫ້ແກ່ນັກຮຽນເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ປະທານໂຮ່ຈີມິນ, ນັກຮົບວິທະຊົນປົດປ່ອຍຊາດ ແມ່ນສັນຍາລັກອັນພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈຂອງທົ່ວຊາດ, ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາຊົນຊາດຖືກກົດຂີ່ຂຸດຮີດໃນໂລກ

Top