ງານວາງສະແດງໜຶ່ງກໍ່ແມ່ນຈຸດພົ້ນເດັ່ນຂອງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນງານວາງສະແດງ ຮູບພາບ, ເອກະສານກ່ຽວກັບລຸງ ໂຮ່ ຢູ່ສຳນັກງານປະທານປະເທດ (1954 – 1969) ລວມມີ 135 ຢ່າງ.
(ວາງສະແດງປື້ມກ່ຽວກັບປະທານ ໂຮ່ຈີມິນ)
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19/5/1890 - 19/5/2025), ເຂດປູ່ສະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດທີ່ ຮ່າໂນ້ຍ, ໄດ້ຈັດບັນດາການເຄື່ອນໄຫວທີ່ໜ້າຈັບໃຈ.
ເປີດສາກແມ່ນງານວາງສະແດງ “ປະທານ ໂຮ່ຈີມິນ-ສິ່ງຍອດຍິ່ງຂອງຊາດ, ຂອບຂະໜາດຍຸກສະໄໝ” ຈັດຂຶ້ນແຕ່ວັນທີ 16 ພຶດສະພາ - ຮອດທ້າຍເດືອນມິຖຸນາປີ 2025 ຊື່ງໄດ້ວາງສະແດງຮູບພາບ, ເອກະສານທີ່ມີຄ່າເກືອບ 300 ຢ່າງທີ່ໄດ້ຮຽບຮຽງ, ຂຸດຄົ້ນຈາກບັນດາອົງການເກັບຮັກສາ, ຫໍພະພິຕະພັນ, ເຂດຮ່ອງຮອຍ, ຫໍສະໝຸດ, ອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ. ງານວາງສະແດງໄດ້ວາດພາບຄືນຊີວິດ, ພາລະກິດການປະຕິວັດຂອງປະທານ ໂຮ່ຈີມິນ.
ຍັງອີກງານວາງສະແດງໜຶ່ງກໍ່ແມ່ນຈຸດພົ້ນເດັ່ນຂອງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນງານວາງສະແດງ ຮູບພາບ, ເອກະສານກ່ຽວກັບລຸງ ໂຮ່ ຢູ່ສຳນັກງານປະທານປະເທດ (1954 – 1969) ລວມມີ 135 ຢ່າງ. ໃນໂອກາດນີ້, ເຂດຮ່ອງຮອຍປະທານ ໂຮ່ຈີມິນ ຢູ່ສຳນັກງານປະທານປະເທດ ກໍ່ໄດ້ຈັດລາຍການຢ້ຽມຊົມມໍລະດົກ ໂຮ່ຈິມິນ ໃຫ້ແກ່ນັກຮຽນເຊັ່ນດຽວກັນ.