• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ອະ​ໄພ​ຍະ​ໂທດ ຢັ້ງ​ຢືນ​ນະ​ໂຍ​ບາຍ​​ຂອງ​ພັກ, ລັດ ແລະ ມູນ​ເຊື້ອ​ມະ​ນຸດ​ສະ​ທຳ​ຂອງ​ຊາດ ຫວຽດ​ນາມ

ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໃຫ້ຮູ້ວ່າ ການອະໄພຍະໂທດປີ 2022, ອີກຄັ້ງໜຶ່ງເປັນການຢັ້ງຢືນນະໂຍບາຍຂອງພັກ, ລັດ ແລະ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ ທີ່ມີຕໍ່ນັກໂທດ, ເພື່ອສົ່ງເສີມໃຫ້ເຂົາເຈົ້າ ປັບປຸງແກ້ໄຂຕົນເອງ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ, ມີປະໂຫຍດຕໍ່ສັງຄົມ.
  ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: VOV)  

ຕອນເຊົ້າວັນທີ 31 ສິງຫາ, ຫ້ອງວ່າການປະທານປະເທດ ໄດ້ສົມທົບກັບກະຊວງຕຳຫຼວດ, ສານປະຊາຊົນສູງສຸດ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດກອງປະຊຸມຖະແຫຼງຂ່າວ ປະກາດຂໍ້ຕົກລົງອະໄພຍະໂທດປີ 2022 ຂອງ ປະທານປະເທດ. ຕາມຂໍ້ຕົກລົງ ດັ່ງກ່າວແລ້ວ, ປະທານປະເທດໄດ້ອະໄພຍະໂທດໃຫ້ນັກໂທດ ກ່ວາ 2430 ຄົນ ທີ່ກຳລັງປະຕິບັດຄຳຕັດສິນຈຳຄຸກ ຂອງສານ ແລະ ນັກໂທດທີ່ກຳລັງ ຢຸດ ແລະ ໂຈະການປະຕິບັດຄຳຕັດສິນຂອງສານ ໄດ້ຮັບການອະໄພຍະໂທດໃນຄັ້ງນີ້. ນີ້ແມ່ນບັນດານັກໂທດທີ່ມີການປັບປຸງແກ້ໄຂຕົນເອງ, ອອກແຮງງານ, ຮ່ຳຮຽນດີ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໃຫ້ຮູ້ວ່າ ການອະໄພຍະໂທດປີ 2022, ອີກຄັ້ງໜຶ່ງເປັນການຢັ້ງຢືນນະໂຍບາຍຂອງພັກ, ລັດ ແລະ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ ທີ່ມີຕໍ່ນັກໂທດ, ເພື່ອສົ່ງເສີມໃຫ້ເຂົາເຈົ້າ ປັບປຸງແກ້ໄຂຕົນເອງ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ, ມີປະໂຫຍດຕໍ່ສັງຄົມ. ທ່ານກ່າວວ່າ:

ກໍ່ຄືກັນການອະໄພຍະໂທດຜ່ານມາ, ຂັ້ນຕອນການພິຈາລະນາ, ຕົກລົງອະໄພນະໂທດໃຫ້ນັກໂທດ ທີ່ກຳລັງປະຕິບັດຄຳຕັດສິນຈຳຄຸກຂອງສານ ແລະ ນັກໂທດທີ່ກຳລັງໂຈະ, ຢຸດປະຕິບັດຄຳຕັດສິນຈຳຄຸກ ຂອງສານ ໄດ້ປະຕິບັດຢ່າງຮັດກຸມ, ເປີດເຜີຍ, ຍຸຕິທຳ, ຊັດເຈນ, ຮັບປະກັນປະຊາທິປະໄຕຕາມຂໍ້ກຳນົດຂອງກົດໝາຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top