• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົ່ງ​ອອກ​ນຳ​ເຂົ້າ​ບຸກ​ທະ​ລຸ​ບັນ​ລຸກວ່າ 130 ຕື້ USD, ເພີ່ມ​ຂຶ້ນ 36,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ

ວົງເງິນສົ່ງອອກຂອງ ຫວຽດນາມ ໃນໄລຍະ 1 ເດືອນ ກຸມພາ 2026 ບັນລຸ 20,36 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ 2 ອາທິດຕົ້ນເດືອນມັງກອນ.
  (ພາບປະກອບ: ວາລະສານວິສາຫະກິດ)  

ຕາມການສະຖິຕິຂອງກົມພາສີແລ້ວ, ໃນ 2 ອາທິດຕົ້ນເດືອນກຸມພາ 2026, ມູນຄ່າການສົ່ງອອກ - ນຳເຂົ້າສິນຄ້າໃນທົ່ວປະເທດບັນລຸກວ່າ 130 ຕື້ USD, ເພີ່ມຂຶ້ນ 36,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຜົນອັນຕັ້ງໜ້ານີ້ ໄດ້ຢັ້ງຢືນໃຫ້ເຫັນທ່າຟື້ນຕົວ ແລະ ເປີດກວ້າງການຄ້ານັບແຕ່ຊຸມເດືອນຕົ້ນປີ.

        ໃນນັ້ນ, ວົງເງິນສົ່ງອອກຂອງ ຫວຽດນາມ ໃນໄລຍະ 1 ເດືອນ ກຸມພາ 2026 ບັນລຸ 20,36 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ 2 ອາທິດຕົ້ນເດືອນມັງກອນ. ກຳລັງໜູນເຕີບໂຕສືບຕໍ່ມາຈາກກຸ່ມອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ, ພິເສດແມ່ນບັນດາປະເພດສິນຄ້າເຕັກໂນໂລຢີສູງ. ໂທລະສັບ ແລະ ສິ້ນສ່ວນເພີ່ມຂຶ້ນຢ່າງແຮງທີ່ສຸດ, ປະກອບຕື່ມ 668 ລ້ານ USD, ເທົ່າກັບເກືອບ 33%. ຂະແໜງຕຳແຜ່ນຕັດຫຍິບມີການຟື້ນຕົວຢ່າງຕັ້ງໜ້າ, ບັນລຸ 1,8 ຕື້ USD, ເພີ່ມຂຶ້ນກວ່າ 32%, ສິ່ງດັ່ງກ່າວສະແດງໃຫ້ເຫັນສັນຍານປົວແປງສັນຍາສັ່ງຊື້ສິນຄ້າຢູ່ບັນດາຕະຫຼາດໃຫຍ່. ສິ່ງທີ່ໜ້າສົນໃຈແມ່ນ ຂົງເຂດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ສົ່ງອອກບັນລຸເກືອບ 16 ຕື້ USD, ກວມເອົາເກືອບ 78% ວົງເງິນສົ່ງອອກ, ສືບຕໍ່ສວມບົດບາດເປັນຫຼັກແຫຼ່ງແກ່ນສານ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top