• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປັບ​ປຸງ ພື້ນ​ຖານ​ການ​ພົວ​ພັນ​ອັນ​ໝັ້ນ​ແກ່ນ​ລະ​ຫວ່າງ ສິງ​ກະ​ໂປ - ຫວຽດ​ນາມ

ສິງກະໂປ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ໃບຢັ້ງຢືນການບ່ອຍດີໂອຊິດກາກບອນ ແລະ ພື້ນຖານໂຄງລ່າງແບບຍືນຍົງ ດ້ວຍເປົ້າໝາຍ ບັນລຸລະດັບປ່ອຍດີໂອຊິດກາກບອນລົງເປັນ 0 ໃນປີ 2050.
  ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41  

ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການຢ້ຽມຢາມ ສິງກະໂປ ແຕ່ວັນທີ ວັນທີ 8 – 10 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishman ຖືວ່າ  ສິງກະໂປ ແລະ ຫວຽດນາມ ມີຫຼາຍກາລະໂອກາດຮ່ວມມືຢ່າງແໜ້ນແຟ້ນກວ່າ, ໃນນັ້ນ ຕ້ອງຍູ້ແຮງການຮ່ວມມືບົນພື້ນຖານເສດຖະກິດດີຈີຕອນ - ນີ້ແມ່ນບຸລິມະສິດຂອງທັງສອງປະເທດ. ນອກຈາກນັ້ນແລ້ວ, ສອງປະເທດກໍຕ້ອງຍູ້ແຮງການຮ່ວມມືໃນຫຼາຍຂົງເຂດໃໝ່, ຄື: ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຂໍ້ມູນຂ້າມຊາຍແດນ, ນະຄອນອັດສະລິຍະ, ປ່ຽນແປງໃໝ່ປະດິດຄິດສ້າງ, ປັນຍາປະດິດ ແລະ ການຊຳລະທາງເຕັກນິກດີຈີຕອນ. ສິງກະໂປ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ໃບຢັ້ງຢືນການບ່ອຍດີໂອຊິດກາກບອນ ແລະ ພື້ນຖານໂຄງລ່າງແບບຍືນຍົງ ດ້ວຍເປົ້າໝາຍ ບັນລຸລະດັບປ່ອຍດີໂອຊິດກາກບອນລົງເປັນ 0 ໃນປີ 2050.

ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ເນັ້ນໜັກວ່າ: ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເປັນພື້ນຖານສຳຄັນເພື່ອໃຫ້ສອງປະເທດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮ່ວມມືກັນສ້າງອະນາຄົດທີ່ສົດໄສ ແລະ ຍືນຍົງກວ່າ ກໍຄື ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສັນຕິພາບ ແລະ ວັດທະນາຖາວອນ. 

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top