• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ​ຈີນຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຈະ​ມີ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ - ຈ​ີນຢ່າງ​ເລິກ​ເຊິ່ງ

ການຢ້ຽມຢາມຈີນຢ່າງເປັນທາງການໃນລະຫວ່າງວັນທີ 30 ຕຸລາ ຫາວັນທີ 1 ພະຈິກ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ສືບຕໍ່ໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງຈາກວົງການນັກຊ່ຽວຊານ, ນັກຮຽນຮູ້ຈີນ.

ການຢ້ຽມຢາມຈີນຢ່າງເປັນທາງການໃນລະຫວ່າງວັນທີ 30 ຕຸລາ ຫາວັນທີ 1 ພະຈິກ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ສືບຕໍ່ໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງຈາກວົງການນັກຊ່ຽວຊານ, ນັກຮຽນຮູ້ຈີນ. 

    

ທ່ານເລຂາທິຫານໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ມອບຫຼຽນໄຊມິດຕະພາບໃຫ້ແກ່ ທ່ານເລຂາທິການໃຫຍ່  ຫງວຽນຝຸຈ້ອງ (ພາບ: TTXVN.)

ທ່ານ ຢ້າງຕາງຈື້ ນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນຂອງສະຖາບັນວິທະຍາສາດສັງຄົມ ຈີນ ຢັ້ງຢືນວ່າ: ຖະແຫຼງການຮ່ວມຂອງສອງປະເທດໃຫ້ຮູ້ວ່າ ຂອບເຂດເນື້ອໃນຮ່ວມມືເຊິ່ງສອງຝ່າຍປຶກສາຫາລືໄດ້ເປີດກວ້າງກ່ວາ, ບັນດາຫົວເລື່ອງຮ່ວມມືກໍ່ພັດທະນາຕາມທິດເລິກເຊິ່ງ ແລະ ຮອບດ້ານກ່ວາ. ທ່ານ ຢ້າງຕາງຈື້ ເນັ້ນໜັກວ່າການຢ້ຽມຢາມຈະມີຜົນກະທົບຕໍ່ການພົວພັນສອງພັກ, ສອງລັດ ຈີນ ແລະ ຫວຽດນາມ ຢ່າງເຊິກເຊິ່ງໃນອະນາຄົດ.

ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ. ກ່ອນອື່ນໝົດ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສວມບົດບາດສຳຄັນທີ່ສຸດໃນການເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ ແລະ ຫວຽດນາມ. ພ້ອມທັງສວມບົດບາດສຳຄັນໃນການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຈີນ ຫວຽດນາມ ເລິກເຊິ່ງກ່ວາອີກໃນຍຸກສະໄໝໃໝ່, ໃນນັ້ນ ມີການຊຸກຍູ້ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ. ຂ້າພະເຈົ້າຖືວ່າ ໃນໄລຍະຈະມາເຖິງ, ບັນດາໝາກຜົນນີ້ ຈະຊີ້ໃຫ້ເຫັນທິດທາງການພັດທະນາຂອງການພົວພັນຈີນ ຫວຽດນາມ, ນຳການພົວພັນສອງປະເທດສືບຕໍ່ກ້າວຂຶ້ນໃນພາຍພາກໜ້າ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top