• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ: ແຫຼ່ງບັນ​ດານ​ໃຈ​ໃຫ້​ແກ່​ວິ​ວັດ​​ການ​ຫັນ​ເປັນ​ປອດ​ລ່າ​ເມືອງ​ຂຶ້ນ​ທົ່ວ​ໂລກ

ໄຊຊະນະຂອງການປະຕິວັດເດືອນສິງຫາໃນລະດູໃບໄມ້ຫຼົ່ນ 1945 ໄດ້ນຳ ຫວຽດນາມ ກາຍເປັນສັນຍາລັກໃຫ້ແກ່ເຈດຈຳນົງ ແລະ ຄວາມຕັດສິນໃຈຂອງຊາດໜຶ່ງທີ່ຕັດສິນໃຈລຸກຂຶ້ນຍາດເອົາສິດຕັດສິນພາລະກຳດ້ວຍຕົນເອງ ແລະ ກາຍເປັນແຫຼ່ງບັນດານໃຈໃຫ້ແກ່ຂະບວນການຫັນເປັນປອດລ່າເມືອງຂຶ້ນທົ່ວໂລກ.
(ພາບປະກອບ: TTXVN)

ພາຍຫຼັງ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ສະຖາປະນາໄດ້ 1 ເດືອນ, ເດືອນຕຸລາ  1945, ທີ່ກອງປະຊຸມໃຫຍ່ ລະຫວ່າງປະເທດອາຟະລິກາ ຄັ້ງທີ 5 ດຳເນີນຢູ່ນະຄອນ Manchester (ອັງກິດ), ບັນດາຊົນຊາດ ອາຟະລິກາ ໄດ້ຍົກອອກຄຳຮຽກທວງຍາດເອົາເອກະລາດ. ຫວນຄືນຈຸດເວລານັ້ນ, ທ່ານ ປອ. Fakhry Labib, ອະດີດຫົວໜ້າຄະນະຖະແຫຼງຂ່າວ, ຄະນະກຳມະການສາມັກຄີ ອາຊີ - ອາຟະລິກາ, ຢັ້ງຢືນວ່າ:

“ການປະຕິວັດເດືອນສິງຫາ ໄດ້ສ້າງຂີດໝາຍປະຫວັດສາດ ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງນັບທັງທົ່ວໂລກອີກດ້ວຍ. ນັບແຕ່ລະດູໃບໄມ້ຫຼົ່ນປີ 1945, ຫວຽດນາມ ກາຍເປັນຄັນທຸງ, ແມ່ນສັນຍາລັກໃຫ້ແກ່ບັນດາປະເທດຖືກເປັນຫົວເມືອງຂຶ້ນ, ຖືກຮຸກຮານ”.

ທ່ານ Douglas Jardin ສາດສະດາຈານປະຫວັດສາດວິທະຍາ ອາເມລິກາ, ອະດີດອາຈານສອນມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຕີລາຄາໃນແງ່ມູມສາກົນວ່າ, ກຳລັງແຜ່ຂະຫຍາຍຂອງການປະຕິວັດເດືອນສິງຫາຢູ່ ຫວຽດນາມ ບໍ່ພຽງແຕ່ຈຳກັດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນຊຸກຍູ້ການປຸກສະຕິບັນດາປະເທດໃນໂລກ, ໃຫ້ກຳລັງໃຈບັນດາຊົນຊາດລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍອອກຈາກແອກກົດຂີ່ຂູດຮີດ, ຂຶ້ນກັບລັດທິລ່າເມືອງຂຶ້ນ, ຈັກກະພັດ. ທ່ານກ່າວວ່າ:

“ການປະຕິວັດເດືອນສິງຫາ ແລະ ເລື່ອງ ຫວຽດນາມ ຍາດໄດ້ເອກະລາດເມື່ອປີ 1945 ແມ່ນແບບຢ່າງ ແລະ ແຫຼ່ງບັນດານໃຈໃຫ້ແກ່ບັນດາປະເທດດຳເນີນວິວັດການຫັນເປັນປອດລ່າເມືອງຂຶ້ນໃນໄລຍະຕໍ່ໄປ, ພິເສດແມ່ນຖ້າສັງເກດຄືນບັນດາປະເທດທີ່ເປັນຫົວເມືອງຂຶ້ນຂອງ ຝລັ່ງ ຢູ່ ອິນດູຈີນ ຫຼື ອາຟະລິກາ, ເປັນຕົ້ນແມ່ນ ອານເຊຣີ, ພວກເຮົາສາມາດເຫັນການສຳພັນໂດຍກົງລະຫວ່າງບັນດາຂະບວນການເອກະລາດຢູ່ ຫວຽດນາມ ກັບບັນດາປະເທດນີ້.”

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top