• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ​​ປະ​ທານ ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 6 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ບັກເຊີນ, ຮ່າໂນ້ຍ.
ຄະນະຜູ້ແທນເຂົ້າຄຳນັບສຸສານ ໂຮ່ຈີມິນ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024, ຕອນເຊົ້າວັນທີ 6 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດທີ່ຖະໜົນ ບັກເຊີນ, ຮ່າໂນ້ຍ. ເຂົ້າຮ່ວມພິທີອາໄລຫາ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ; ທ່ານນາງ ເຈືອງທິມາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

ກໍໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຜູ້ແທນຄະນະພັກກອງທັບສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກຕຳຫຼວດສູນກາງ -ກະຊວງຕຳຫຼວດ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ… ກໍໄດ້ວາງພວງມາລາ, ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ ແລະ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top