ຂ່າວສານ
ການທ່ອງທ່ຽວ ຮ່າໂນ້ຍ ບຸກທະລຸຢ່າງແຮງຍາມຕົ້ນປີ 2026: ບັນລຸລາຍຮັບກວ່າ 2.000 ຕື້ດົ່ງໃນໂອກາດບຸນປີໃໝ່ສາກົນ
ພາຍໃນ 4 ວັນພັກບຸນປີໃໝ່ສາກົນ 2026 (ແຕ່ວັນທີ 01 ຫາວັນທີ 04 ມັງກອນ 2026), ຄາດວ່າ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 560.000 ເທື່ອຄົນ, ເພີ່ມຂຶ້ນປະມານ 250% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸປະມານ 110.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 287%. ລາຍຮັບທັງໝົດທີ່ເກັບມາຈາກຂະແໜງທ່ອງທ່ຽວບັນລຸ 2,1 ພັນຕື້ດົ່ງ (ກວ່າ 92 ລ້ານ USD), ເພີ່ມຂຶ້ນປະມານ 254%. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນລະດັບຟື້ນຟູ ແລະ ການເຕີບໂຕຢ່າງແຮງຮັບແຕ່ຊຸມວັນຕົ້ນປີຂອງຂະແໜງທ່ອງທ່ຽວນະຄອນຫຼວງ.
ຕາມການຕີລາຄາຂອງຂະແໜງທ່ອງທ່ຽວແລ້ວ, ລະດັບການເພີ່ມຂຶ້ນຢ່າງແຮງນັບທັງດ້ານປະລິມານ ແລະ ລາຍຮັບນັ້ນ ກໍຍ້ອນໂອກາດພັກບຸນປີໃໝ່ແກ່ຍາວຮອດ 4 ວັນ, ຄວາມຫຼາກຫຼາຍ, ການປ່ຽນແປງໃໝ່ຂອງລະບົບຜະລິດຕະພັນທ່ອງທ່ຽວ, ການປະສານສົມທົບຢ່າງກົມກ່ຽວລະຫວ່າງມໍລະດົກ, ວັດທະນະທຳທີ່ເປັນມູນເຊື້ອກັບເຕັກໂນໂລຢີທີ່ທັນສະໄໝ.







