ໃນຂອບເຂດກອງປະຊຸມການທູດຄັ້ງທີ 33, ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດວາລະເຊື່ອມຕໍ່ “ການທູດຮ່ວມເດີນທາງພ້ອມກັບປະຊາຄົມ ວິສາຫະກິດ”. ວາລະປະຊຸມເພື່ອແນໃສ່ແລກປ່ຽນກ່ຽວກັບໂອກາດ, ສິ່ງທ້າທາຍໃນສະພາບການໃໝ່ ແລະ ເພີ່ມທະວີການປະສານສົມທົບລະຫວ່າງກະຊວງການຕ່າງປະເທດ ກັບວິສາຫະກິດ ເພື່ອຮັບໃຊ້ການພັດທະນາປະເທດຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່, ໃນນັ້ນການທູດ ແລະ ການເຊື່ອມໂຍງເຂົ້າກັບສາກົນສືບຕໍ່ແມ່ນໜ້າທີ່ຈຸດສຸມ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ລະດົມແຫຼ່ງກຳລັງພາຍນອກ ແລະ ຍົກສູງຖານະບົດບາດຂອງປະເທດຊາດ. ກະຊວງການຕ່າງປະເທດ, ດ້ວຍເຄືອຂ່າຍອົງການຕາງໜ້າຫວຽດນາມປະຈຳ ຕ່າງປະເທດເກືອບ 100ແຫ່ງ, ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ເປັນຂົວເຊື່ອມຕໍ່ໃຫ້ວິສາຫະກິດໃນວິວັດການເປີດກວ້າງການຮ່ວມມືສາກົນ.






