ຂ່າວສານ

ການ​ທູດ​ຮ່ວມ​ເດີນ​ທາງ​ພ້ອມກັບ​ວິ​ສາ​ຫະ​ກ​ິດ, ເປີດກວ້າງ​ພື້ນ​ຖີ່​ພັດ​ທະ​ນາ​ໃຫ້​ຫວຽດ​ນາມ

ທ່ານ​ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນັ້ນ​ໜັກ​ວ່າ​ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່, ໃນ​ນັ້ນ​ການ​ທູດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ສືບ​ຕໍ່​ແມ່ນ​ໜ້າ​ທີ່​ຈຸດ​ສຸມ.
ທ່ານ ເລ​ຮ່​ວາຍ​ຈຸງ ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຖ່າຍ​ຮູບ​ກັບ​ບັນ​ດາ​ຜູ້​ແທນ​ຢູ່ ກອງ​ປະ​ຊຸມ (ພາບ: VNA)
ໃນ​ຂອບ​ເຂດກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 33, ວັນ​ທີ 6 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ວາ​ລະ​ເຊື່ອມ​ຕໍ່ “ການ​ທູດ​ຮ່ວມ​ເດີນ​ທາງພ້ອມ​ກັບ​ປະ​ຊາ​ຄົມ ວິ​ສາ​ຫະ​ກິດ”. ວາ​ລະ​ປະ​ຊຸມ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ໂອ​ກາດ, ສິ່ງ​ທ້​າ​ທາຍ​ໃນ​ສະ​ພາບ​ການ​ໃໝ່ ແລະ ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກັບ​ວິ​ສາ​ຫະ​ກິດ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​​ປະ​ເທດ​ຊາດ. ກ່​າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນັ້ນ​ໜັກ​ວ່າ​ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່, ໃນ​ນັ້ນ​ການ​ທູດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ສືບ​ຕໍ່​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ລະ​ດົມ​ແຫຼ່ງ​ກຳ​ລັງ​ພາຍ​ນອກ ແລະ ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ​ຊາດ. ກະ​ຊວງ​ການ​ຕ່າງ​ປະ​ເທດ, ດ້ວຍ​ເຄືອ​ຂ່າຍອົງ​ການ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ ຕ່າງ​ປະ​ເທດ​ເກືອບ 100​ແຫ່ງ, ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ ແລະ ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ວິ​ສາ​ຫະ​ກິດ​ໃນ​ວິ​ວັດ​ການ​ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ.

top