• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຊຳ​ລະ​ບໍ່​ໃຊ້​ເງິນສົດ​ແມ່ນ ທ່າ​ອ່ຽງ​ຊົມ​ໃຊ້​ຂອງ​ຍຸກ​ສະ​ໄໝ

ງານ Festival “ຄລິກຈຸດໜຶ່ງ - ນັບແສນຄວາມໄວ້ເນື້ອເຊື່ອໃຈ” ແມ່ນເຫດການຈຸດສຸມຂອງຍຸດທະສາດວັນບັດ ຫວຽດນາມ 2025 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 18 ຕຸລາ, ຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ເຂົ້າຮ່ວມງານ Festival “ຄລິກຈຸດໜຶ່ງ - ນັບແສນຄວາມໄວ້ເນື້ອເຊື່ອໃຈ” (ພາບ: VGP)
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ເນັ້ນໜັກວ່າ ບໍ່ພຽງແຕ່ແມ່ນງານບູນທີ່ສະຫງວນໃຫ້ແກ່ໄວໜຸ່ມ ເທົ່ານັ້ນ ຫາກຍັງແມ່ນເວທີປາໄສໃຫ້ແກ່ບັນດາການນຳ, ນັກຄຸ້ມຄອງ ແລະ ປະຊາຊົນ ທີ່ເຫັນໄດ້ຜົນສຳເລັດສຳຄັນຂອງຂະແໜງທະນາຄານ, ຂະແໜງການເງິນ ໃນວິວັດການຫັນເປັນດີຈີຕອນແຫ່ງຊາດ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ຮູບແບບຊຳລະບໍ່ໃຊ້ເງິນສົດ ແມ່ນທ່າອ່ຽງຊົມໃຊ້ຂອງຍຸກສະໄໝ, ແມ່ນຄວາມໄວ້ເນື້ອເຊື່ອໃຈທາງສັງຄົມຕໍ່ການຊຳລະດ້ວຍບັດ, ຊຳລະດີຈີຕອນ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າວັນບັດຊຳລະ ຫວຽດນາມ ໄດ້ປະກອບສ່ວນປະຕິບັດແຜນນະໂຍບາຍ, ຍຸດທະສາດການເງິນຮອບດ້ານແຫ່ງຊາດ ຂອງລັດຖະບານ ຮອດປີ 2025 ແລະ ວິໄສທັດຮອດປີ 2030. ຕາມນັ້ນແລ້ວ, ສູ້ຊົນບັນລຸເປົ້າໝາຍຢ່າງໜ້ອຍສຸດມີ 80% ຜູ້ເຕີບໂຫຍ່ມີບັນຊີຊຳລະບໍ່ໃຊ້ເງິນສົດ, ເຕີບໂຕ 20 – 25%/ປີ. ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດການຫັນເປົ້າໝາຍພື້ນຖານເສດຖະກິດດີຈີຕອນ, ພື້ນຖານເສດຖະກິດສີຂຽວທັນສະໄໝ, ປອດໄພ, ວັດທະນາຖາວອນ, ຍືນຍົງໃນສັງກາດໃໝ່ໂດຍໄວ.

(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top