• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ - ກຳ​ປູ​ເຈຍ ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີ ການຕ່າງປະເທດ ໄທ ໃຫ້ຮູ້ວ່າກກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.
ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ (ພາບ:Mfaic)

ການປຶກສາຫາລືຄັ້ງທີ 4 ລະຫວ່າງ ອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ດຳເນີນໃນວັນທີ 17 ຕຸລາຢູ່ Kuala Lumpur, ມາເລເຊຍ ບັນລຸໄດ້ບັນດາບາດກ້າວສຳຄັນໃນຄວາມມານະພະຍາຍາມ ຟື້ນຟູການພົວພັນສອງຝ່າຍລະຫວ່າງ ໄທ ແລະ ກຳປູເຈຍ. ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີ ການຕ່າງປະເທດ ໄທ ໃຫ້ຮູ້ວ່າກກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.

ສ່ວນຝ່າຍກຳປູເຈຍ, ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 18 ຕຸລາ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວາ ຂໍ້ຕົກລົງສັນຕິພາບລະຫວ່າງສອງປະເທດ ທີ່ຈະໄດ້ຮັບການລົງນາມ ຈະ ຊ່ວຍໃຫ້ກຳປູເຈຍ ແລະ ໄທຫັນການພົວພັນເປັນປົກກະຕິ, ມຸ່ງໄປເຖິງການຮ່ວມດຳລົງຊີວິດທີ່ມີຄວາມສັນຕິພາບ ຄືບັນດາປະເທດບ້ານໃກ້ເຮືອນຄຽງ.

(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top