• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.
ພາບປະກອບ: REUTERS/Bruno Kelly

ວັນທີ 17 ຕຸລາ, ສປຊ ກ່າວເຕືອນວ່າ ມີເກືອບ 80% ຈຳນວນຄົນທຸກຍາກທີ່ສຸດ ປະມານ 900 ລ້ານຄົນ ໃນໂລກ ພວມປະເຊີນໜ້າກັບບັນດາໄພອັນຕະລາຍກ່ຽວກັບດິນຟ້າອາກາດ ຍ້ອນປະກົດການໜ່ວຍໂລກອູ່ນຂຶ້ນ, ພ້ອມທັງຕ້ອງຮັບຜົນຕາມມາຍ້ອນການຂາດຄວາມສະເໝີພາບລະຫວ່າງຍິງຊາຍຢ່າງເລິກເຊິ່ງ. ບົດລາຍງານປະຈຳປີໂດຍອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັບຂໍ້ລິເລີ່ມພັດທະນາມະນຸດ ແລະ ຕ້ານໄພອຶດຫິວທຸກຍາກ Oxford ປະກາດສະແດງໃຫ້ເຫັນວ່າ ມີປະມານ 1,1 ຕື້ຄົນ, ກວມເອົາ 18%ໃນຈຳນວນ 6,3 ຕື້ຄົນຢູ່ 109 ປະເທດ ແລະ ເຂດແຄ້ວນ ພວມດຳລົງຊີວິດໃນສະພາບການທຸກຍາກຢ່າງຮ້າຍແຮງ. ຕາມການກ່າວເຕືອນຂອງນັກຊ່ຽວຊານແລ້ວ, ເມື່ອໜ່ວຍໂລກອູ່ນຂຶ້ນໂດຍໄວ, ສະພາບການນີ້ອາດຈະຮ້າຍແຮງກ່ວາອີກ. ດັ່ງນັ້ນ, ບັນດາປະເທດທຸກຍາກທີ່ສຸດໃນປັດຈຸບັນ ມີຄວາມສ່ຽງຖືກຜົນສະທ້ອນຢ່າງຮ້າຍແຮງຈາກບັນຫາອູນຫະພູມເພີ່ມຂຶ້ນສູງ. ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສ້າງ​ຖັນ​ແຖນ​ພະ​ນັກ​ງານ​ສືບ​ຂ່າວລັບ​ມີ​ຈິນ​ຕະ​ນາ​ການ​ດ້ານ​ວິ​ຊາ​ກ​ານ​ທີ່​ດີ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສ້າງ​ຖັນ​ແຖນ​ພະ​ນັກ​ງານ​ສືບ​ຂ່າວລັບ​ມີ​ຈິນ​ຕະ​ນາ​ການ​ດ້ານ​ວິ​ຊາ​ກ​ານ​ທີ່​ດີ

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າໃນສະພາບການໂລກ ແລະ ພາກພື້ນ ພວມຢູ່ໃນໄລຍະປ່ຽນແປງ ວາງອອກຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ທີ່ນັບມື້ນັບສູງກວ່າ ສຳລັບຂະແໜງສືບຂ່າວລັບ ປ້ອງກັນປະເທດ.

Top