ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.
ພາບປະກອບ: REUTERS/Bruno Kelly
ວັນທີ 17 ຕຸລາ, ສປຊ ກ່າວເຕືອນວ່າ ມີເກືອບ 80% ຈຳນວນຄົນທຸກຍາກທີ່ສຸດ ປະມານ 900 ລ້ານຄົນ ໃນໂລກ ພວມປະເຊີນໜ້າກັບບັນດາໄພອັນຕະລາຍກ່ຽວກັບດິນຟ້າອາກາດ ຍ້ອນປະກົດການໜ່ວຍໂລກອູ່ນຂຶ້ນ, ພ້ອມທັງຕ້ອງຮັບຜົນຕາມມາຍ້ອນການຂາດຄວາມສະເໝີພາບລະຫວ່າງຍິງຊາຍຢ່າງເລິກເຊິ່ງ. ບົດລາຍງານປະຈຳປີໂດຍອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັບຂໍ້ລິເລີ່ມພັດທະນາມະນຸດ ແລະ ຕ້ານໄພອຶດຫິວທຸກຍາກ Oxford ປະກາດສະແດງໃຫ້ເຫັນວ່າ ມີປະມານ 1,1 ຕື້ຄົນ, ກວມເອົາ 18%ໃນຈຳນວນ 6,3 ຕື້ຄົນຢູ່ 109 ປະເທດ ແລະ ເຂດແຄ້ວນ ພວມດຳລົງຊີວິດໃນສະພາບການທຸກຍາກຢ່າງຮ້າຍແຮງ. ຕາມການກ່າວເຕືອນຂອງນັກຊ່ຽວຊານແລ້ວ, ເມື່ອໜ່ວຍໂລກອູ່ນຂຶ້ນໂດຍໄວ, ສະພາບການນີ້ອາດຈະຮ້າຍແຮງກ່ວາອີກ. ດັ່ງນັ້ນ, ບັນດາປະເທດທຸກຍາກທີ່ສຸດໃນປັດຈຸບັນ ມີຄວາມສ່ຽງຖືກຜົນສະທ້ອນຢ່າງຮ້າຍແຮງຈາກບັນຫາອູນຫະພູມເພີ່ມຂຶ້ນສູງ. ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.