• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນານະໂຍບາຍ “ການໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພາຍຫລັງຜົນສະທ້ອນຈາກໂລກລະບາດໂຄວິດ - 19”

ວັນທີ 28 ກຸມພາ, ສະຫະພັນ ແມ່ຍິງ ຫວຽດນາມ ພ້ອມກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດຕັ້ງການໂອ້ລົມສົນທະນານະໂຍບາຍກ່ຽວກັບ “ການໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19” ຢູ່ຮ່າໂນ້ຍ.
  ການໂອ້ລົມສົນທະນານະໂຍບາຍກ່ຽວກັບ “ການໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19” (ພາບ: TTXVN)  

 ການໂອ້ລົມສົນທະນານະໂຍບາຍແມ່ນເຫດການທຳອິດໃນລະບົບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ ຄືວັນທີ 8 ມີນາ ປີ 2022 ໂດຍອົງການສປຊ ປະຈຳ ຫວຽດນາມ ຈັດຂຶ້ນ ດ້ວຍຫົວຂໍ້ທົ່ວໂລກ ແມ່ນ “ຄວາມສະເໝີພາບໃນມື້ນີ້ ເພື່ອອະນາຄົດແບບຍືນຍົງ”. ມີຜູ້ແທນກ່ວາ 100 ຄົນ ໄດ້ເຂົ້າຮ່ວມແບບທາງໄກ ເຊິ່ງມາຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ໄດ້ຕັ້ງຫຼາຍຄຳຖາມໃຫ້ແຂກຖືກເຊີນ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງແມ່ຍິງຕ້ອງປະເຊີນໜ້າໃນວິວັດການພັດທະນາການທຳມາຫາກິນໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ຄືການສຳຜັດດ້ານເຕັກນິກ ແລະ ເຕັກໂນໂລຢີ, ການເຊື່ອມຕໍ່ການຜະລິດ, ປຸງແຕ່ງ ແລະ ຊົມໃຊ້ຜະລິດຕະພັນກະສິກຳ, ໄດ້ກູ້ຢືນທຶນ ເພື່ອລົງທຶນເຂົ້າເຕັກໂນໂລຢີເຄື່ອງຈັກ ໃຫ້ແກ່ບັນດາວິສາຫະກິດ, ສະຫະກອນໂດຍແມ່ຍິງແມ່ນເຈົ້າຂອງ, ບັນດາຫຼັກສູດບຳລຸງສ້າງວິຊາຊີບ ແລະ ສ້າງວຽກເຮັດງານທຳສີຂຽວໃຫ້ແກ່ແມ່ຍິງ, ບັນດານະໂຍບາຍ ແລະ ໂຄງການກ່ຽວກັບການຮັບມື, ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ບູລິມະສິດໃຫ້ແກ່ແມ່ຍິງ. ໝາກຜົນຂອງການແລກປ່ຽນປຶກສາຫາລືໃນການໂອ້ລົມສົນທະນາຈະປະກອບສ່ວນຊຸກຍູ້ຂໍ້ສະເໜີບັນດານະໂຍບາຍໜູນຊ່ວຍແມ່ຍິງໃນການພັດທະນາການຫາເງິນລ້ຽງຊີບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນໃນສະພາບຟື້ນຟູເສດຖະກິດພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້.


(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top