• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາ “ບົດບາດຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນການຂົນຂວາຍ ແລະ ຕິດຕາມກວດກາການກໍ່ສ້າງຊົນນະບົດໃໝ່

ການໂອ້ລົມສົນທະນາ “ບົດບາດຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນການຂົນຂວາຍ ແລະ ຕິດຕາມກວດກາ ການກໍ່ສ້າງຊົນນະບົດໃໝ່ - ສະພາບຕົວຈິງ ແລະ ວິທີການແກ້ໄຂ”. 
ການໂອ້ລົມສົນທະນາ “ບົດບາດຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນການຂົນຂວາຍ ແລະ ຕິດຕາມກວດກາການກໍ່ສ້າງຊົນນະບົດໃໝ່  (ພາບ: kinhtedothi.vn)

ຕອນເຊົ້າ ວັນທີ 15 ສິງຫາ, ທີ່ ຮ່າໂນ້ຍ, ຄະນະປະຈຳ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ບົດບາດຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນການຂົນຂວາຍ ແລະ ຕິດຕາມກວດກາ ການກໍ່ສ້າງຊົນນະບົດໃໝ່ - ສະພາບຕົວຈິງ ແລະ ວິທີການແກ້ໄຂ”. ການໂອ້ລົມສົນທະນາແມ່ນແນໃສ່, ປຶກສາຫາລື, ແລກປ່ຽນບົດຮຽນຫຼາຍຢ່າງກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖີ່ນ, ຫົວໜ່ວຍຂອງຕົນ; ແລກປ່ຽນບາງວິທີການກໍ່ສ້າງຕົວເມືອງສີວິໄລ; ໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ. ພິເສດແມ່ນເພີ່ມທະວີການເຄື່ອນໄຫວຕິດຕາມກວດກາ, ຕີລາຄາຄຸນນະພາບສັງຄົມ, ເສີມຂະຫຍາຍບົດບາດ ຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນການເຂົ້າຮ່ວມກໍ່ສ້າງຊົນນະບົດໃໝ່ໃຫ້ດີກວ່າເກົ່າ.

ແບ່ງປັນບົດຮຽນກ່ຽວກັບຮູບແບບການກໍ່ສ້າງເຂດຊຸມຊົນ ຊົນນະບົດໃໝ່ທີ່ເປັນແບບຢ່າງ, ສວນແບບຢ່າງ, ທ່ານ ຫງວຽນ ຫ້າຍ ນາມ, ປະທານຄະນະກຳມະການປະຊາຊົນເມືອງ ງີ ຊວັນ, ຮ່າ ຕິ໋ງ, ຢົ້ງຢືນວ່າ: ຢູ່ບ່ອນໃດປະຊາຊົນເຂົ້າຮ່ວມແລ້ວ ການກໍ່ສ້າງເຂດຊຸມຊົນຊົນນະບົດໃໝ່ ຈະມີຄວາມສະດວກ ແລະ ໄດ້ຮັບໝາກຜົນສູງ. ຖືເອົາປະຊາຊົນເປັນເຈົ້າກຳ,  ຖືຜົນປະໂຫຍດຂອງປະຊາຊົນກັບທິດນຳ ແລະ ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ:

ຢູ່ ງີ ຊວັນໄດ້ເຮັດບາງໜ້າວຽກທີ່ໃໝ່ອ່ຽມ, ພວກຂ້າພະເຈົ້າສ້າງແຜນແນໃສ່ຍົກສູງລາຍຮັບ ໃຫ້ພໍ່ແມ່ປະຊາຊົນ. ອັນທີສອງແມ່ນ ແກ້ໄຂສະພາບແວດລ້ອມຊົນນະບົດ. ອັນທີສາມແມ່ນ ກໍ່ສ້າງສະພາບແວດລ້ອມວັດທະນະທຳໃນເຂດຊົນນະບົດ. ຢູ່ ງີ ຊວັນ ທຸກໆບ້ານລ້ວນແຕ່ມີເຄື່ອງຄອມພິວເຕີ ເຊື່ອມຕໍ່ອິນເຕີເນັດ, ທຸກໆເອກະສານສົ່ງມາຫາເມືອງ ແມ່ນທາງບ້ານຈະສົ່ງມາທາງລະບົບອິນເຕີເນັດ.

(ແຫຼ່ງຄັດຈາກ VOV)


ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top