• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແລກປ່ຽນການຄ້າເຂດຊາຍແດນ ຫວຽດນາມ - ກຳປູເຈຍ ບັນລຸ 6 ຕື້ USD ໃນປີນີ້

ສະເພາະແຂວງ ອານຢາງ, ວົງເງິນສົ່ງອອກສິນຄ້າຜ່ານຊາຍແດນທາງບົກຈາກ ອານຢາງ ໄປ ກຳປູເຈຍ ຄິດສະເລ່ຍແຕ່ລະປີບັນລຸກວ່າ 500 ລ້ານ USD.
(ທີ່ເວທີປາໄສ)

ໃນ 9 ເດືອນຂອງປີ 2025, ການສົ່ງອອກຜ່ານບັນດາດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ບັນລຸ 5,9 ຕື້USD, ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ນີ້ແມ່ນຂໍ້ມູນໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດທີ່ເວທີປາໄສເຊື່ອມຕໍ່ການຄ້າເຂດຊາຍແດນ ຫວຽດນາມ - ກຳປູເຈຍ, ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຂຶ້ນໃນຕອນບ່າຍວັນທີ 10 ທັນວາ, ຢູ່ບ້ານ ຕິ້ງບຽນ, ແຂວງ ອານຢາງ.

        ຕາມກະຊວງອຸດສາຫະກຳການຄ້າ ແລ້ວ, ຕົວເລກ 5,9 ຕື້ USD ໃນການນຳເຂົ້າ - ສົ່ງອອກຜ່ານດ່ານຊາຍແດນ ຫວຽດນາມ - ກຳປູເຈຍ ໄດ້ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024 ແລະ ຈະບັນລຸກວ່າ 6 ຕື້ USD ໃນປີນີ້. ສະເພາະແຂວງ ອານຢາງ, ວົງເງິນສົ່ງອອກສິນຄ້າຜ່ານຊາຍແດນທາງບົກຈາກ ອານຢາງ ໄປ ກຳປູເຈຍ ຄິດສະເລ່ຍແຕ່ລະປີບັນລຸກວ່າ 500 ລ້ານ USD.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top