• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈານິວເຄຼຍ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະດໍາເນີນຄືນໃໝ່ໃນວັນທີ 5 ຕຸລາ

      ສປປ.ເກົາຫຼີ ແລະ ອາເມລິກາ ເຫັນດີຈະດໍາເນີນການເຈລະຈາຂັ້ນວິຊາການໃນວັນທີ 05 ຕຸລາ ພາຍຫຼັງການພົບປະເບື້ອງຕົ້ນໃນວັນທີ 04 ຕຸລານີ້. 

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ Kim Jong -un (ພາບ: TTXVN)
      ວັນທີ 01 ຕຸລາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son Hui ຖະແຫຼງວ່າ ສປປ.ເກົາຫຼີ ແລະ ອາເມລິກາ ເຫັນດີຈະດໍາເນີນການເຈລະຈາຂັ້ນວິຊາການໃນວັນທີ 05 ຕຸລາ ພາຍຫຼັງການພົບປະເບື້ອງຕົ້ນໃນວັນທີ 04 ຕຸລານີ້. ນີ້ແມ່ນຮອບເຈລະຈາໂດຍກົງຄັ້ງທໍາອິດ ນັບແຕ່ການພົບປະລະຫວ່າງການນໍາສອງປະເທດເມື່ອເດືອນ ມິຖຸນາ ຜ່ານມາ. ທ່ານນາງ Choe Son Hui ສະແດງຄວາມຫວັງວ່່າ ການພົບປະເຈລະຈາຂັ້ນວິຊາການຄັ້ງນີ້ ຈະຊຸກຍູ້ບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ທ່ານນາງ ກໍໃຫ້ຮູ້ວ່າ ບັນດາຜູ້ແທນຝ່າຍ ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ, ເຖິງຢ່າງໃດກໍຕາມ ທ່ານນາງກໍ່ບໍ່ໄດ້ເຜີຍໃຫ້ຮູ້ຢ່າງລະອຽດກ່ຽວກັບສະຖານທີ່ດໍາເນີນການເຈລະຈາດັ່ງກ່າວ.
        ໃນວັນດຽວກັນ, ທ່ານ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ “ເຈົ້າໜ້າທີ່ ອາເມລິກາ ແລະ ສປປ.ເກົາຫຼີ ມີແຜນການພົບປະກັນໃນອາທິດຈະມາເຖິງ”, ແຕ່ບໍ່ເຜີຍໃຫ້ຮູ້ລາຍລະອຽດກ່ຽວກັບການພົບປະດັ່ງກ່າວ
 (ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ Facebook Share Facebook

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ Facebook Share Facebook

ຕອນ​ເຊົ້າ​ວັນ​ທີ 30 ຕຸ​ລາ, ຢູ່​ຮ່າ​ໂນ້ຍ ສະ​ພາ​ແຫ່​ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ (ສະ​ບັບ​ປັບ​ປຸງ) ແລະ ຮ່າງ​ກົດ​ໝາຍ​ວ່າດ້ວຍການປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຂັ້ນຮາກ​ຖານ (ສະ​ປັບ​ປັບ​ປຸງ).

Top