• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ ພາຍຫລັງກ່ວາ 10 ປີ

      ວັນທີ 14 ມິຖຸນາ, ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາການທະຫານຂັ້ນສູງ, ປຶກສາຫາລືວິທີການເຮັດໃຫ້ຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ ຫລຸດລົງ. ນີ້ແມ່ນການເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ ນັບແຕ່ເດືອນ ທັນວາ 2007 ເປັນຕົ້ນມາ.
ການເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ (ພາບ:  THX/TTXVN)
      ການເຈລະຈາການທະຫານຂັ້ນນາຍພົນໄດ້ຈັດຕັ້ງຢູ່ບ້ານຢຸດຮົບ ປານມູນຈອມ ໃນດິນແດນຂອງ ສປປ.ເກົາຫຼີ. ຄະນະປະຕິບັດງານ ສ.ເກົາຫຼີ ລວມມີສະມາຊິກ 5 ຄົນ ໂດຍທ່ານພົນຈັດຕະວາ Kim Do-gyun ນຳໜ້າ, ໃນຂະນະນັ້ນ ທ່ານພົນຕີ An Ik-san ໄດ້ນຳໜ້າຄະນະປະຕິບັດງານ ສປປ.ເກົາຫຼີ ກໍ່ລວມມີສະມາຊິກ 5 ຄົນເຊັ່ນດຽວກັນ.
        ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ດຳເນີນການເຈລະຈາ, ທ່ານພົນຈັດຕະວາ Kim Do-gyun ໃຫ້ຮູ້ວ່າ: 2 ຝ່າຍທີ່ປຶກສາຫາລືບັນດາບັນຫາ, ໃນນັ້ນ ມີການຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ຈັດກອງປະຊຸມປ້ອງກັນຊາດຂັ້ນລັດຖະມົນຕີ ຄືດັ່ງສ່ວນໜຶ່ງໃນຄວາມມານະພະຍາຍາມປະຕິບັດຖະແຫຼງການ ປານມູນຈອມ ທີ່ບັນລຸໄດ້ພາຍຫລັງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອວັນທີ 27 ເມສາ.
 (ແຫຼ່ງຄັດຈາກ VOV)
 

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top