• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງອາຊຽນ

      ຕອນຄ່ຳວັນທີ 08 ສິງຫາ, ຢູ່ໂຮງລະຄອນໂຮ່ຈິມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຂຶ້ນຢ່າງສົມກຽດ.

 ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ
(ພາບ: sggp.org.vn)
      ເຂົ້າຮ່ວມງານໂຮມຊຸມນຸມມີບັນດາຫົວໜ້າ ສະຖານກົງສູນໃຫຍ່, ສະຖານກົງສູນກິຕິມະສັກ, ຜູ້ຕາງໜ້າຄະນະທູຕານຸທູດບັນດາປະເທດອາຊຽນ, ບັນດາອົງການຈັດຕັ້ງມິດຕະພາບຂອງນະຄອນ… ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ, ອຳນາດການປົກຄອງ ແລະ ປະຊາຊົນ ຈະພ້ອມກັບທົ່ວປະເທດ ແລະ ປະຊາຊົນອາຊຽນ ກວ່າ 625 ລ້ານຄົນ ສູ້ຊົນເພື່ອອາຊຽນ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ ແລະ ສາມັກຄີ.
        ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ 4 ນະຄອນໃຫຍ່ແມ່ນ ຮ່າໂນ້ຍ, ຫາຍຟ່ອງ, ດ່ານັ້ງ, ເກີນເທີ, ປະຊາຊົນນະຄອນໂຮ່ຈິມິນ ໄດ້ຮັບຊົມລາຍການແສງສີ ສິລະປະ ແລະ ພາບ 3 ມິຕິ ພິເສດ. ຢູ່ນະຄອນດ່ານັ້ງ ໄດ້ຈັດຕັ້ງການສາຍ ວີດີໂອ ສາລະຄະດີສັງລວມ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາອາຊຽນ.
        ເນື່ອງໃນໂອກາດນີ້, ຢູ່ຮ່າໂນ້ຍກະຊວງຖະແຫຼງຂ່າວ - ສື່ສານ, ບໍລິສັດໃຫຍ່ໄປສະນີຫວຽດນາມ ໄດ້ຈັດພິທີຈຳໜ່າຍຊຸດສະແຕມພິເສດ “ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (1967 - 2017).” ດ້ວຍຫົວຂໍ້ “ສະແຕມອາຊຽນ” ປີ 2017 ແມ່ນ “ດອກໄມ້ປະຈຳຊາດ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top