• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ

      ຕອນຄ່ຳວັນທີ 18 ກໍລະກົດ, ສະຖານີໂທລະພາບຫວຽດນາມ ສົມທົບກັບສະຖານີ ໂທລະພາບແຫ່ງຊາດລາວ ໄດ້ຈັດຕັ້ງ ລາຍການ “ຖ່າຍທອດສົດ ຫວຽດນາມ - ລາວ: ຮ່ວມເສັ້ນທາງດຽວ” ດ້ວຍຄວາມຍາວ 120 ນາທີ ແລະ ໄດ້ປະຕິບັດທັງຢູ່ນະຄອນຫລວງ ວຽງຈັນ ແລະ ນະຄອນຫລວງ ຮ່າໂນ້ຍ. 
 
ລາຍການສະແດງສິລະປະໃນລາຍການຖ່າຍທອດສົດ:ຫວຽດນາມ-ລາວ
ພາບ:Vietnamplus
      ໃນລາຍການດັ່ງກ່າວ ຍັງແນະນຳບັນດາບົດສາລະຄະດີກ່ຽວກັບສາຍພົວພັນຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງ ສອງຊາດ ຫວຽດນາມ ແລະລາວ ນັບແຕ່ໄລຍະສົງຄາມຕະຫລອດຮອດຊຸມວັນເດືອນປີໄດ້ຮັບສັນຕິພາບ ດ້ວຍບັນດາລາຍການສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ ແລະ ລາວ. ເຂົ້າຮ່ວມລາຍການ, ຜູ້ຊົມທັງສອງປະເທດ ໄດ້ພົບປະແລກປ່ຽນກັບບັນດາຕົວພະຍານປະຫວັດສາດ, ບັນດາຜູ້ທີ່ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ຄື: ຮອງສາດສະດາຈານ, ປອ ດາມດືກເວື້ອງ ອະດີດຊ່ຽວຊານ ຫວຽດນາມ ຢູ່ ລາວ, ພົນຈັດຕະວາ ຮີ່ງດັກເຮືອງ, ອະດີດຫົວຫນ້າຄະນະຜູ້ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫລືອລາວ, ພົນຈັດຕະວາ ບົວສ້ຽງ ຈຳປາພັນ, ອະດີດຮອງຫົວຫນ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ທ່ານ ຄຳຕາ ດວງທອງລາ, ອະດີດຮອງລັດຖະມົນຕີການຕ່າງປະເທດລາວ, ອະດີດເອກອັກຄະລັດຖະທູດຜູ້ທຳອິດຂອງລາວ ປະຈຳຫວຽດນາມ. ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ ແຂວງ ດ້ຽນບຽນກໍ່ໄດ້ດຳເນີນລາຍການພົບປະແລກປ່ຽນຊາວຫນຸ່ມກອງທັບຫວຽດນາມ ແລະ ລາວ ດ້ວຍຫົວຂໍ້ “ຮ່ວມສາຍພູຫລວງ- ຖານສະຫາຍອ້າຍນ້ອງ”. 
(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top