• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ

ໃນການຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay ປີ 2018 ຂອງຊາວເຜົ່າ ຂະແມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຕ້ອນເຊົ້າວັນທີ 10 ເມສາ, ທ່ານ ເຈີ່ນທາງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ສະມາຄົມສາມັກຄີພະສົງຮັກຊາດນະຄອນເກີນເທີ.


ທ່ານ ເຈີ່ນທາງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ຢ້ຽມຢາມ, ອວຍພອນປີໃໝ່ສະມາຄົມສາມັກຄີພະສົງຮັກຊາດນະຄອນເກີນເທີ 

(ພາບ: TTXVN)

ຢູ່ທີ່ນີ້, ທ່ານ ເຈີ່ນທາງເໝີນ ໄດ້ແຈ້ງໃຫ້ຊາບຂໍ້ມູນບັນດາຈຸດໃໝ່ໃນນະໂຍບາຍຂອງພັກ, ລັດ ສຳລັບການພັດທະນາຂອງຊາວເຜົ່າຂະແມ; ພ້ອມທັງແບ່ງປັນກ່ຽວກັບຈົດໝາຍອວຍພອນບຸນປີໃໝ່ Chol Chnam Thmay ປີ 2018 ຂອງຊາວເຜົ່າ ຂະແມ ຂອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານເຈີ່ນແທງເໝີນ ຢືນຢັນຄວາມເອົາໃຈໃສ່ດັ່ງກ່າວຈະເຮັດໃຫ້ຊາວເຜົ່າຂະແມ ໃນທົ່ວປະເທດເວົ້າລວມ ແລະ ຊາວເຜົ່າຂະແມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າສະເພາະ, ຈາກນັ້ນເພີ່ມກຳລັງແຮງເພື່ອໃຫ້ຊາວເຜົ່າຂະແມ ປະກອບສ່ວນເຂົ້າໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

      ວັນທີ 10 ເມສາ, ແຂວງ ບາກລຽວ ໄດ້ຈັດງານພົບປະເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວ ເວືອງເຟືອງນາມ ສະເໜີໃຫ້ບັນດາພະແນກ, ຄະນະ, ຂະແໜງການ, ຄະນະກຳມະການປະຊາຊົນເມືອງ, ເທດສະບານເມືອງ, ນະຄອນໃນບໍລິເວນແຂວງສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຂົງເຂດຊົນເຜົ່າ, ນະໂຍບາຍຮັບປະກັນຊີວິດສັງຄົມ, ໂຄງການຄາດໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ນະໂຍບາຍເຮືອນຢູ່… ໃຫ້ເປັນຢ່າງດີ.

      ແລະກໍ່ໃນວັນດຽວກັນ, ແຂວງ ຊອກຈັງ, ແຂວງຈ່າວິງ ກໍ່ໄດ້ຈັດງານພົບປະເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top