• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 74 ປີ

ການເສຍສະຫຼະຊີວິດຂອງຊາວໜຸ່ມຕະລຸມບອນ 60 ຄົນໃນຄ່ຳຄືນ ວັນບຸນ ຄຼິດສະມາດ ຄາວນັ້ນ ແມ່ນຄວາມສູນເສຍອັນໃຫຍ່ຫຼວງກ່ຽວກັບຊີວິດອິນຊີຂອງກຳລັງຊາວໜຸ່ມຕະລຸມບອນ ຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ພິທີ 

ຕອນຄ່ຳວັນທີ 21 ທັນວາ, ຢູ່ແຂວງ ທ໊າຍງວຽນ ໄດ້ຈັດຕັ້ງລາຍການຖະຫວາຍທູບທຽນສະເຫຼີມສະຫຼອງ 60 ປີແຫ່ງວັນຊາວໜຸ່ມຕະລຸມບອນຂອງກອງຮ້ອຍ 915 ແລະ ປະກາດນຳເຂົ້າໃຊ້ການກິດຈະກຳບູລະນະປະຕິສັງຂອນ, ສ້ອມແປງເຂດປູຊະນີຍະສະຖານແຫ່ງຊາດ ກອງຮ້ອຍຊາວໜຸ່ມຕະລຸມບອນ 915.

        ກ່າວຄຳເຫັນທີ່ພິທີຖະຫວາຍທູບທຽນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ການເສຍສະຫຼະຊີວິດຂອງຊາວໜຸ່ມຕະລຸມບອນ 60 ຄົນໃນຄ່ຳຄືນ ວັນບຸນ ຄຼິດສະມາດ ຄາວນັ້ນ ແມ່ນຄວາມສູນເສຍອັນໃຫຍ່ຫຼວງກ່ຽວກັບຊີວິດອິນຊີຂອງກຳລັງຊາວໜຸ່ມຕະລຸມບອນ ຫວຽດນາມ. ການເສຍສະຫຼະຊີວິດນັ້ນໄດ້ກາຍເປັນແບບຢ່າງທີ່ໃສ ແຈ້ງກ່ຽວກັບລັດທິວິລະຊົນປະຕິວັດໃນພາລະກິດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:       “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ນັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ. ຂ້າພະເຈົ້າໄດ້ຕີລາຄາສູງ ແລະ ຮັບຮູ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ທ໊າຍງວຽນ, ພ້ອມກັນຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງປະຊາຄົມວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນໄດ້ລົງທຶນບູລະນະປະຕິສັງຂອນ, ສ້ອມແປງເປີດກ້ວາງກິດຈະກຳໃຫ້ໃຫຍ່ໂຕໂອໂຖງ, ສະອາດ, ສວຍງາມກ່ວາ, ສົມສັກສີເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ, ຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອຊາດ.”

ວັນທີ 21 ທັນວາ, ກອງບັນຊາການທະຫານແຂວງ ຊອັກຈັງ ໄດ້ຈັດຕັ້ງການພົບປະສັງສັນກັບພະນັກງານ, ນາຍທະຫານຂັ້ນສູງທີ່ໄດ້ພັກກິນເບ້ຍບຳນານ ແລະ ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ III.

        ແລະ ກໍ່ໃນວັນດຽວກັນ, ບໍລິສັດ 72 (ຂຶ້ນກັບພົນລະພາກຫຼວງ 15, ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງພິທີເປີດສະຫຼອງ ແລະ ມອບ “ເຮືອນແຫ່ງນຳໃຈເພື່ອນຮ່ວມກົມກອງ” 13 ຫຼັງ ໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນເມືອງ ດຶກເກີ.

 

        ວັນທີ 21 ທັນວາ, ອົງການ Saigon Innovation Hub ຂຶ້ນກັບພະແນກວິທະຍາສາດ - ເຕັກໂນໂລຊີ ນະຄອນໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນດ້ວຍຫົວຂໍ້ວ່າ “ສະໜາມຮົບ K -40 & 4.0: ເລີ່ມຕົ້ນທຸລະກິດໄປພ້ອມກັບເພື່ອນຮ່ວມກົມກອງ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top