• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມລາວຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມ​ມິງ​ຈີງ ມີຄວາມໝາຍ​ສຳຄັນ​ຕໍ່​ກັບ​ສາຍ​ພົວ​ພັນ​ຮ່ວມ​ມື ລາວ-ຫວຽດ​ນາມ

ການຢ້ຽມຢາມແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ. ນີ້ແມ່ນການຢ້ຽມຢາມລາວຄັ້ງທຳອິດຂອງ ທ່ານ ຟ້າມມິງຈີງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ພົບປະກັບ ທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ, ພົບປະກັບການນຳຂັ້ນສູງສຸດຂອງລາວ.
  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: TTXVN)  

ໃນຕອນເຊົ້າວັນທີ 11 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເດີນທາງມາເຖິງນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ- ລາວ, ໃນລະຫວ່າງວັນທີ 11 – 12 ມັງກອນ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີລາວ ແລະ ໃນຕອນເຊົ້າຂອງວັນດຽວກັນ, ຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງວຍງຈັນ, ທ່ານສອນໄຊ ສີພັນດອນ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ຢ່າງເປັນທາງການ.

ກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນວ່າ ການຢ້ຽມຢາມແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ. ນີ້ແມ່ນການຢ້ຽມຢາມລາວຄັ້ງທຳອິດຂອງ ທ່ານ ຟ້າມມິງຈີງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ພົບປະກັບ ທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ, ພົບປະກັບການນຳຂັ້ນສູງສຸດຂອງລາວ. ນີ້ຈະເປັນກາລະໂອກາດອັນດີເພື່ອໃຫ້ສອງຝ່າຍເພີ່ມທະວີ ແລະ ປັບປຸງການຮ່ວມມືສອງຝ່າຍ, ພ້ອມດຽວກັນນັ້ນກໍ່ພ້ອມກັນຊອກຫາບັນດາມາດຕະການທີ່ສອດຄ່ອງ ເພື່ອຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ເກີດຂຶ້ນຢູ່ແຕ່ລະປະເທດ, ຢູ່ພາກພື້ນ ແລະ ໂລກ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ກໍ່ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ລາວ-ຫວຽດນາມ ແລະ ເຂົ້າຮ່ວມພິທີປິດປີມິດຕະພາບ ສາມັກຄີ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top