• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມມີຄວາມໝາຍຍຸດທະສາດຂອງ ຫວຽດນາມ ໃນໄລຍະໃໝ່

ຈຸດພິເສດໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ນັ້ນແມ່ນ, ທັງ 4 ປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານກັບ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເບລາຣຸດ Anatoly Sivak ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ສະໜາມບິນສາກົນ Minsk (ພາບ: TTXVN)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບຄືນເມືອປະເທດໃນວັນທີ 13 ພຶດສະພາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ກາຊັກສະຖານ, ສ.ອາແຊກໄບຊານ, ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ, ຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ. ການຢ້ຽມຢາມບັນລຸໄດ້ໝາກຜົນຫຼາຍຢ່າງ, ນັບທັງການພົວພັນຕ່າງປະເທດທີ່ເປັນມູນເຊື້ອ ແລ ຍຸດທະສາດພັດທະນາໃນໄລຍະໃໝ່.

ຈຸດພິເສດໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ນັ້ນແມ່ນ, ທັງ 4 ປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານກັບ ຫວຽດນາມ, ຍາມໃດກໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນພາລະກິດຕໍ່ສູ້ເພື່ອເອກະລາດ ແລະ ການພັດທະນາຢູ່ແຕ່ລະປະເທດ. ນີ້ກໍ່ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງ ຫວຽດນາມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເຖິງໄປ 4 ປະເທດ.

ຍົກລະດັບບັນດາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ

ສ.ກາຊັກສະຖານ ແມ່ນປະເທດທຳອິດທີ່ທ່ານເລຂາທິການໃຫຍ່ ໂຕເລິມ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ. ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ໄດ້ໄປສະໜາມບິນຕ້ອນຮັບຄະນະ ແລະ ສະຫງວນການຕ້ອນຮັບທ່ານເລຂາທິການໃຫຍ່ ຫວຽດນາມ ດ້ວຍຄວາມອົບອຸ່ນ ແລະ ພິທີການສູງສຸດ.

ທ່ານປະທານາທິບໍດີ ສ.ກາຊັກສະຖານ Kassym-Jomart Tokayev ໄດ້ປະດັບບຫຼຽນໄຊມິດຕະພາບ Dostyk ຊັ້ນໜຶ່ງ, ເຊິ່ງເປັນຂອງຂວັນອັນສູງສົ່ງທີ່ສຸດຂອງລັດ ແລະ ປະຊາຊົນ ກາຊັກສະຖານ ໃຫ້ແກ່ທ່ານເລຂາທິການໃຫຍ່ ໂຕເລິມ, ເພື່ອຮັບຮູ້ ແລະ ເຄົາລົບຮັບຖືກບັນດາຜົນງານໃນການຮ່ວມມື, ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ- ກາຊັກສະຖານ ເປັນຫຼາຍທົດສະວັດຜ່ານມາ. ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ຟ້າມທາຍຍືມາຍ, ຢືນຢັນວ່າ:

“ການຢ້ຽມຢາມໄດ້ສ້າງຂີດໝາຍສັງກາດໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ກາຊັກສະຖານ. ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ສວມບົດບາດສຳຄັນໃນການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ກຳນົດທິດຂອບເຂດການຮ່ວມມືໃໝ່ລະຫວ່າງ 2 ປະເທດ, ເປີດແງ່ຫວັງການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ.”

ກໍຄືກັນກັບ ກາຊັກສະຖານ, ອາແຊກໄບຊານ ແລະ ເບລາຣຸດ ກໍ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ ໂຕເລິມ ການຕ້ອນຮັບຢ່າງອົບອຸ່ນທີ່ສຸດ. ບັນດາການໂອ້ລົມເຈລະຈາ, ການພົບປະສົນທະນາ…, ໄດ້ດຳເນີນໄປຢ່າງແທດຈິງ, ມີປະສິດທິຜົນ ພ້ອມກັບເອກະສານຫຼາຍສະບັບທີ່ໄດ້ຮັບການລົງນາມ. ຖະແຫຼງການຮ່ວມ ຫວຽດນາມ - ອາແຊກໄບຊານ, ຖະແຫຼງການຮ່ວມ ຫວຽດນາມ - ເບລາຣຸດ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ ແລະ ຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ແລະ ບັນດາປະເທດໃນໄລຍະພັດທະນາໃໝ່.

ການພົວພັນ ຫວຽດນາມ - ລັດເຊຍ ໝັ້ນຄົງເຂັ້ມແຂງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ

ຢູ່ສະຫະພັນ ລັດເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການໂອ້ລົມເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ລັດເຊຍ, ເປັນເອກະພາບຫຼາຍເນື້ອໃນການຮ່ວມມື. 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບບັນດາການກຳນົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ລັດເຊຍ ໃນໄລຍະຮ່ວມມືໃໝ່.

ໃນການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ, ພ້ອມກັບການນຳໂລກກວ່າ 20 ທ່ານໄດ້ເຂົ້າຮ່ວມພິທີການສວນສະໜາມກ້ອນກຳລັງ ສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຢູ່ຈັດຕຸລັດແດງ, ທີ່ນະຄອນຫຼວງ ມົດສະກູ. ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ບັນດາເຫດການດັ່ງກ່າວສະແດງໃຫ້ເຫັນຄວາມເຄົາລົບ ແລະ ເຊີດຊູຂອງ ຫວຽດນາມ ຕໍ່ການເສຍສະຫຼະຊີວິດ, ການສູນເສຍຢ່າງໃຫຍ່ຫຼວງຂອງບັນດາປະເທດຂຶ້ນກັບ ໂຊວຽດເກົ່າ ໃນສົງຄາມຕ້ານລັດທິຟາດຊິດ, ຢຸດຕິສົງຄາມໂລກ ແລະ ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ຂະບວນການປະຕິວັດ ແລະ ປົດປ່ອຍຊາດໃນທົ່ວໂລກ, ໃນນັ້ນມີ ຫວຽດນາມ. ທ່ານ Vicheslav Gennadevich Kalganov, ຮອງປະທານຄະນະກຳມະການພົວພັນຕ່າງປະເທດນະຄອນ Saint Peterburg, ເນັ້ນໜັກວ່າ:

“ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສ້າງຂີດໝາຍເປີດສັງກາດໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ເມື່ອ ລັດເຊຍ ຈັດພິທີສະເຫຼີມສະຫຼອງວັນໄຊຊະນະຂອງປະຊາຊົນ ຊວຽດ ຕໍ່ລັດທິຟາດຊິດ ທີ່ໄດ້ສ້າງຂີດໝາຍດ້ວຍການຢ້ຽມຢາມຢູ່ຂັ້ນສູງສຸດຂອງ ຫວຽດນາມ. ພວກຂ້າພະເຈົ້າເປັນກຽດເມື່ອເຫັນບັນດາທະຫານກອງທັບປະຊາຊົນ ຫວຽດນາມ ສວນສະໜາມຜ່ານ ຈັດຕຸລັດແດງ. ນີ້ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນຄວາມເຄົາລົບຂອງ ຫວຽດນາມ ຕໍ່ອະດີດຕະການຂອງສະຫະພັນເທົ່ານັ້ນ ຫາກຍັງແມ່ນການສະໜັບສະໜູນນັບທັງຄວາມມານະພະຍາຍາມຂອງ ລັດເຊຍ ບົນເວທີສາກົນໃນປະຈຸບັນອີກດ້ວຍ. ອີກເທື່ອໜຶ່ງ, ຫວຽດນາມ ໄດ້ພິສູດໃຫ້ເຫັນທີ່ຕັ້ງມີອະທິປະໄຕຂອງຕົນ, ເຄົາລົບປະຫວັດສາດ”.

ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ 4 ປະເທດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນພື້ນຖານສຳຄັນ, ແມ່ນກຳລັງໜູນ ແລະ ແມ່ນການສ້າງແຫຼ່ງບັນດານໃຈເພື່ອໃຫ້ ຫວຽດນາມ ແລະ ບັນດາປະເທດສືບຕໍ່ສືບທອດ, ເສີມຂະຫຍາຍ ແລະ ຍົກລະດັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ຊູ​ແອັດ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ໃນ​ສະ​ຫະ​ພາບ ເອີ​ຣົບ

ຊູ​ແອັດ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ໃນ​ສະ​ຫະ​ພາບ ເອີ​ຣົບ

ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ຊູແອັດ ເປັນສຳຄັນ.

Top